Gemini ແຊງໜ້າ ChatGPT ຂຶ້ນອັນດັບໜຶ່ງໃນ App Store ຫລັງຈາກຟີເຈີ Nano Banana ກາຍເປັນໄວຣັລ

ກູໂກ ເຈມິນີ (Google Gemini) ກຳລັງສ້າງຄວາມສັ່ນສະເທືອນໃນວົງການ AI ຫລັງຈາກແອັບ ເຈມິນີ ຂຶ້ນແທ່ນອັນດັບ 1 ແອັບຟຣີໃນ App Store ຂອງສະຫະລັດອາເມລິກາ ໂດຍສາມາດແຊງໜ້າ ChatGPT ຂອງ OpenAI ໄດ້ຢ່າງສຳເລັດ ຍ້ອນກະແສຄວາມນິຍົມຂອງຟີເຈີສ້າງຮູບພາບໃໝ່ທີ່ມີຊື່ວ່າ ນາໂນ ບານານາ” (Nano Banana).

ຟີເຈີດັ່ງກ່າວເປີດໂອກາດໃຫ້ຜູ້ໃຊ້ສາມາດ ປ່ຽນຮູບຖ່າຍໃຫ້ເປັນຮູບ 3D (3D figurine) ຫລື ດັດແປງຮູບພາບໃຫ້ຢູ່ໃນຮູບແບບຕ່າງໆ ພຽງແຕ່ພິມຄຳສັ່ງສັ້ນໆ (prompt) ກ່ອນແຊຕໍ່ໃນສື່ສັງຄົມອອນລາຍ.

ສິ່ງນີ້ໄດ້ກາຍເປັນກະແສໄວຣັລຕົວຢ່າງ ກອດຕົວເອງໃນໄວເດັກ” (Hug My Younger Self) ທີ່ມີຜູ້ໃຊ້ຈຳນວນຫລາຍ ເອົາຮູບເກົ່າຂອງຕົນເອງມາຕັດຕໍ່ໃຫ້ຄືກັບວ່າກຳລັງກອດຮູບຕົວເອງຕອນຍັງນ້ອຍ.

ຂໍ້ມູນຈາກ TechCrunch ລະບຸວ່າ: ຫລັງຈາກການເປີດໂຕ ນາໂນ ບານານາ ໄດ້ພຽງບໍ່ເທົ່າໃດອາທິດ, ເຈມິນີ ສາມາດດຶງດູດຜູ້ໃຊ້ງານໃໝ່ໄດ້ຫລາຍເຖິງ 23 ລ້ານຄົນ ແລະ ມີການສ້າງຮູບພາບໄປແລ້ວກວ່າ 500 ລ້ານຮູບ, ໃນຂະນະທີ່ Tom’s Guide ຢືນຢັນວ່າ ເຈມິນີ ໄດ້ແຊງ ChatGPT ຂຶ້ນເປັນອັນດັບໜຶ່ງໃນໝວດແອັບ AI ຮຽບຮ້ອຍແລ້ວ.

ຢ່າງໃດກໍຕາມ, ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ: ເຖິງແມ່ນ ເຈມິນີ ຈະມາແຮງໃນດ້ານ ຄວາມມ່ວນຊື່ນ ແລະ ຄວາມສາມາດດ້ານການສ້າງຮູບພາບ, ແຕ່ ChatGPT ຍັງຄົງມີຈຸດແຂງໃນດ້ານ ການສົນທະນາແບບເລິກເຊິ່ງ, ການຂຽນເນື້ອຫາ ແລະ ການນຳໃຊ້ໃນວຽກງານວິຊາຊີບ, ເຊິ່ງເຮັດໃຫ້ການແຂ່ງຂັນລະຫວ່າງສອງແພລັດຟອມນີ້ຍັງຄົງດຸເດືອດ ແລະ ໜ້າຕິດຕາມ.

ຮຽບຮຽງຈາກ techcrunch.com