ສານຊຽງໄຮ້ ສັ່ງໄວລຸ້ນຊົດເຊີຍປະມານ 6,7 ຕື້ກີບ ຫລັງຖ່າຍວິດີໂອຍ່ຽວໃສ່ໝໍ້ໄຟຮ້ານດັງ ແຫ່ງໜຶ່ງໃນນະຄອນຊຽງໄຮ້ ປະເທດຈີນ
ສານປະຊາຊົນເຂດຫວງຜູ່ ນະຄອນຊຽງໄຮ້ ສ.ປ.ຈີນ ມີຄຳຕັດສິນໃຫ້ໄວລຸ້ນຊາຍ 2 ຄົນ ພ້ອມຜູ້ປົກຄອງ ຮ່ວມກັນຊົດເຊີຍຄ່າເສຍຫາຍລວມກວ່າ 2,2 ລ້ານຢວນ ຫລື ປະມານ 6,7 ຕື້ກີບ ໃຫ້ແກ່ຮ້ານໝໍ້ໄຟດັງ ໄຫ່ຕີ້ເຫຼົາ (Haidilao) ຫລັງຈາກກໍ່ເຫດຍ່ຽວໃສ່ໝໍ້ໄຟໃນຫ້ອງສ່ວນຕົວ, ພ້ອມຖ່າຍຄິບເຜີຍແຜ່ລົງສື່ສັງຄົມອອນລາຍຈົນກາຍເປັນກະແສໄວຣັລ.
ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 24 ກຸມພາທີ່ຜ່ານມາ ໂດຍໄວລຸ້ນທັງສອງຄົນໄດ້ປ່ຽນກັນຂຶ້ນໄປຢືນເທິງໂຕະແລ້ວຖ່າຍວິດີໂອຍ່ຽວໃສ່ໝໍ້ໄຟ. ຕໍ່ມາໜຶ່ງໃນນັ້ນໄດ້ນຳຄລິບໄປເຜີຍແຜ່ລົງສື່ສັງຄົມອອນລາຍໃນວັນທີ 27 ກຸມພາ ເຮັດໃຫ້ເກີດກະແສວິພາກວິຈານຢ່າງກວ້າງຂວາງ ແລະ ສ້າງຄວາມເສຍຫາຍຕໍ່ພາບລັກ ແລະ ຊື່ສຽງຂອງຮ້ານ.
ຕໍ່ມາຮ້ານດັ່ງກ່າວໄດ້ຍື່ນຟ້ອງໃນເດືອນມີນາ ເຊິ່ງສານໄດ້ມີຄຳຕັດສິນໃຫ້ຊົດເຊີຍຄ່າເສຍຫາຍດັ່ງນີ້:
- 130,000 ຢວນ ສຳລັບຄ່າອຸປະກອນ ແລະຄ່າທຳຄວາມສະອາດ.
- 2,000,000 ຢວນ ສຳລັບຄວາມເສຍຫາຍດ້ານຊື່ສຽງ ແລະລາຍໄດ້.
- 70,000 ຢວນ ສຳລັບຄ່າທຳນຽມທາງກົດໝາຍ.
ນອກຈາກນີ້, ສານຍັງສັ່ງໃຫ້ຜູ້ຖືກຟ້ອງທັງ 6 ຄົນ ເຊິ່ງລວມເຖິງຜູ້ປົກຄອງ, ຕ້ອງອອກມາຂໍໂທດຕໍ່ສາທາລະນະຜ່ານໜັງສືພິມ ໂດຍສານລະບຸວ່າຜູ້ປົກຄອງມີສ່ວນບົກພ່ອງໃນການເບິ່ງແຍງດູແລ ຈົນເຮັດໃຫ້ເກີດພຶດຕິກຳທີ່ບໍ່ເໝາະສົມດັ່ງກ່າວ.
ທາງດ້ານຮ້ານດັ່ງກ່າວ ທີ່ມີສາຂາກວ່າ 1,300 ແຫ່ງໃນຈີນ ແລະ ຂະຫຍາຍໄປຫລາຍປະເທດທົ່ວໂລກເຊັ່ນ: ເກົາຫຼີໃຕ້, ສິງກະໂປ, ອົດສະຕຣາລີ, ສະຫະລັດອາເມຣິກາ ແລະອັງກິດ, ໄດ້ອອກຖະແຫລງການຂໍໂທດລູກຄ້າທີ່ໄດ້ຮັບຜົນກະທົບ ພ້ອມຢືນຢັນວ່າໄດ້ຊົດເຊີຍໃຫ້ລູກຄ້າກວ່າ 4,000 ຄົນໃນສາຂາທີ່ເກີດເຫດ, ລວມທັງດຳເນີນການທຳຄວາມສະອາດຄັ້ງໃຫຍ່ ແລະ ປ່ຽນອຸປະກອນທັງໝົດ ເພື່ອສ້າງຄວາມໝັ້ນໃຈໃນການໃຫ້ບໍລິການອີກຄັ້ງ.
ຮຽບຮຽງຈາກ CAN

