ແອລບາເນຍສ້າງປະຫວັດສາດ ແຕ່ງຕັ້ງ “ລັດຖະມົນຕີ AI” ຄົນທຳອິດຂອງໂລກ ເພື່ອຕ້ານການສໍ້ລາດບັງຫລວງ
ສໍານັກຂ່າວ Reuters ລາຍງານວ່າ: ທ່ານ ເອດີ ຣາມາ ນາຍົກລັດຖະມົນຕີຂອງປະເທດແອລບາເນຍ ໄດ້ປະກາດແຕ່ງຕັ້ງ “ດິເອລາ” (Diella) ເຊິ່ງເປັນລັດຖະມົນຕີທີ່ສ້າງຂຶ້ນຈາກປັນຍາປະດິດ (AI) ເຂົ້າຮ່ວມຄະນະລັດຖະມົນຕີຢ່າງເປັນທາງການ. ລັດຖະມົນຕີ AI ນີ້ຈະມີໜ້າທີ່ຮັບຜິດຊອບໃນການຄວບຄຸມ ແລະ ອະນຸມັດການຈັດຊື້ຈັດຈ້າງທັງໝົດຂອງລັດ.
ທ່ານ ຣາມາ ເປີດເຜີຍວ່າ: ການແຕ່ງຕັ້ງຄັ້ງນີ້ມີເປົ້າໝາຍເພື່ອຕ້ານການສໍ້ລາດບັງຫລວງ, ຫລຸດຜ່ອນການຮັບເງິນສິນບົນ, ການແຊກແຊງ ແລະ ການໃຊ້ອຳນາດໃນຂັ້ນຕອນການປະມູນຂອງລັດ, ພ້ອມທັງຕັ້ງເປົ້າໝາຍໃຫ້ແອລບາເນຍເປັນປະເທດທີ່ “ປອດສໍ້ລາດບັງຫລວງ 100% ໃນການປະມູນ”.
“ດິເອລາ” ບໍ່ແມ່ນມະນຸດແທ້, ແຕ່ເປັນ “ລັດຖະມົນຕີທຽບເທົ່າ” ທີ່ປະກົດຢູ່ໃນໂລກດິຈິຕອລ. ເຊິ່ງກ່ອນໜ້ານີ້ ເຄີຍຖືກນຳມາໃຊ້ເປັນຜູ້ຊ່ວຍທຽບເທົ່າຢູ່ເທິງແພລດຟອມ e-Albania ເພື່ອຊ່ວຍປະຊາຊົນຍື່ນເອກະສານ ແລະ ໃຊ້ຕາປະທັບເອເລັກໂຕຣນິກ ເພື່ອຫລຸດຂັ້ນຕອນທາງການ.
ຢ່າງໃດກໍຕາມ, ຍັງມີຄຳຖາມທີ່ຕາມມາວ່າ AI ນີ້ຈະຖືກຄວບຄຸມ ແລະ ກວດສອບແນວໃດ ເພື່ອປ້ອງກັນບໍ່ໃຫ້ມີການແຊກແຊງຈາກມະນຸດ ຫລື ຄວາມຜິດພາດຂອງລະບົບ. ຂະນະທີ່ນັກວິຈານບາງຄົນເຫັນວ່າ: ເຖິງຈະໃຊ້ Bot ແຕ່ບັນຫາການສໍ້ລາດບັງຫລວງກໍຍັງສາມາດເກີດຂຶ້ນໄດ້, ພຽງແຕ່ເປັນການຍ້າຍຄວາມຮັບຜິດຊອບໄປໃຫ້ AI ແທນເທົ່ານັ້ນ.
ຮຽບຮຽງຈາກ Reuters

