ບໍ່ຖ່ານຫີນຈີນຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 2 ຄົນ ຕົກຄ້າງອີກ 53 ຄົນ
ປະທານປະເທດ ສີຈິ້ນຜິງ ຂອງຈີນ ໄດ້ສັ່ງໃຫ້ເຈົ້າໜ້າທີ່ເລັ່ງຄົ້ນຫາ ແລະ ຊ່ວຍເຫລືອພະນັກງານຢູ່ບໍ່ຖ່ານຫີນ 53 ຄົນທີ່ຕົກຄ້າງຢູ່ພາຍໃນຫລັງຖະຫລົ່ມລົງມາ ໃນເຂດປົກຄອງຕົນເອງມອງໂກເລຍໃນປະເທດຈີນ. ສໍານັກຂ່າວ CCTV ລາຍງານວ່າ: ອຸບັດເຫດດັ່ງກ່າວເກີດຂຶ້ນເມື່ອເວລາ 17:13 ໂມງ ຂອງວັນທີ 22 ກຸມພາ ຕາມເວລາທ້ອງຖິ່ນ ໂດຍບໍ່ຖ່ານຫີນທີ່ຖະຫລົ່ມເປັນຂອງບໍລິສັດບໍ່ຖ່ານຫີນຊິນຈຽງ…










