ຍີ່ປຸ່ນ-ຈີນ ເຈລະຈາດ້ານຄວາມໝັ້ນຄົງ ເປັນຄັ້ງທໍາອິດໃນຮອບ 4 ປີ

ທູດອາວຸໂສຂອງຍີ່ປຸ່ນ ແລະ ຈີນພົບປະກັນເພື່ອເຈລະຈາດ້ານຄວາມໝັ້ນຄົງເປັນຄັ້ງທໍາອິດໃນຮອບ 4 ປີ ວັນທີ 22 ກຸມພາ ເພື່ອຫາລືກ່ຽວກັບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ. ຂະນະທີ່ຍີ່ປຸ່ນ ແລະ ຈີນເສີມສ້າງກອງກໍາລັງທະຫານຂອງຕົນໃນພາກພື້ນ.

ທ່ານ ຊຸນ ເວຍຕົງ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ໄດ້ພົບປະກັບທ່ານ ຊິເກໂອະ ຢາມາດະ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໃນນະຄອນຫລວງໂຕກຽວ.

ການເຈລະຈາດ້ານຄວາມໝັ້ນຄົງຄັ້ງນີ້ມີເປົ້າໝາຍເພື່ອຫລຸດຄວາມເຄັ່ງຕຶງລະຫວ່າງຍີ່ປຸ່ນກັບຈີນ ໂດຍຫລັງຈາກຣັດເຊຍບຸກໂຈມຕີອູແກຣນ, ຍີ່ປຸ່ນໄດ້ກັງວົນວ່າ: ລັດຖະບານຈີນຈະໃຊ້ປະຕິບັດການທາງທະຫານເພື່ອເຂົ້າຄວບຄຸມໄຕ້ຫວັນ ແລະ ການກະທໍາແບບນັ້ນຈະສົ່ງຜົນກະທົບຕໍ່ຍີ່ປຸ່ນນຳ ເນື່ອງຈາກຍີ່ປຸ່ນເປັນແຫລ່ງລວມກອງກໍາລັງຂອງອາເມລິກາໃນຕ່າງປະເທດໃຫຍ່ທີ່ສຸດທີ່ຢູ່ນອກອານາເຂດອາເມລິກາ.