ອິນເດຍ ອະນຸຍາດນຳເຂົ້ານ້ຳມັນພືດໃນອັດຕາພາສີຕ່ຳ ຈົນຮອດປີໜ້າ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 16 ມັງກອນ 2024, ອິນເດຍ ຈະຂະຫຍາຍເວລາການນຳເຂົ້າ ນ້ຳມັນພືດ ສຳລັບ ປຸງແຕ່ງ ອາຫານ ໃນອັດຕາພາສີ ນຳເຂົ້າຕ່ຳ ອີກ 1 ປີຈົນຮອດ ເດືອນມີນາ ປີໜ້າ, ເພື່ອຄວບຄຸມ ລາຄານ້ຳມັນພືດ ໃນປະເທດ.

ຂະນະທີ່ ອິນເດຍ ເປັນປະເທດ ນຳເຂົ້ານ້ຳມັນພືດ ຫລາຍທີ່ສຸດໃນໂລກ ເຊິ່ງ ນຳເຂົ້ານ້ຳມັນປາມ ຈາກອິນໂດເນເຊຍ, ມາເລເຊຍ ແລະ ໄທ. ນອກນີ້ ຍັງນຳເຂົ້າ ນ້ຳມັນຖົ່ວເຫລືອງ ກັບນ້ຳມັນດອກຕາເວັນ ຈາກອາກຊັງຕິນ, ບຣາຊິນ, ຣັດເຊຍ ແລະ ອູແກຣນ.