ໜັງສືພິມຊູດັງເຂົ້າສູ່ລາຂົງ ຍ້ອນຜູ້ອ່ານສື່ອອນຫລາຍເພີ່ມຂຶ້ນ

ເມື່ອວິກິດເສດຖະກິດທະວີຄວາມຮຸນແຮງ ແລະ ບັນດາຜູ້ອ່ານຫລາຍຄົນຕິດໂທລະສັບເພີ່ມຂຶ້ນ, ອຸດສາຫະກໍາໜັງສືພິມຂອງຊູດັງຄັ້ງໜຶ່ງເຄີຍມີຊີວິດຊີວາກໍຕົກຕໍ່າລົງ ເນື່ອງຈາກສໍານັກພິມຫລາຍແຫ່ງຕ່າງປິດລົງ ຫລື ຫລຸດການດໍາເນີນງານພິມ.

ວັນທີ 22 ກຸມພາ, ສໍານັກຂ່າວຣອຍເຕີລາຍງານວ່າ: ໜັງສືພິມໃນຊູດັງປະສົບການເຊັນເຊີທາງການເມືອງ ແລະ ຄວາມຍາກລໍາບາກທາງເສດຖະກິດມາຫລາຍປີ ເຖິງວ່າຊາວຊູດັງໃນປັດຈຸບັນຈະຮັບຂ່າວສານທາງອອນລາຍ ຫລື ໜັງສືພິມອອນລາຍ, ແຕ່ສື່ສັງຄົມອອນລາຍໃນປະເທດພັດເຕັມໄປດ້ວຍຂ່າວລື ແລະ ຂໍ້ມູນປອມ.

“ໜັງສືພິມກໍາລັງຜະເຊີນຄວາມທ້າທາຍຂອງການດໍາລົງຢູ່” ທ່ານ ໂມຮໍາເໝັດ ອັບເດລອາຊີ ເລຂາທິການສະມາຄົມນັກຂ່າວຊູດັງ (SJS) ເຊິ່ງເປັນສະຫະພາບທີ່ຈັດຕັ້ງຂຶ້ນໃໝ່ໃນປີຜ່ານມາ ກ່າວ.

ທ່ານ ອັບເດລອາຊີ ກ່າວອີກວ່າ: ທັງຈໍານວນສໍານັກພິມທີ່ຍັງເປີດ ແລະ ປະລິມານການພິມຫລຸດລົງເຖິງ 90% ສົ່ງຜົນໃຫ້ນັກໜັງສືພິມຈໍານວນຫລາຍອອກຈາກອຸດສາຫະກໍານີ້ ຫລື ຖືກເລີກຈ້າງ.

ໜັງສືພິມ 1 ສະບັບໃນຊູດັງມີລາຄາປະມານ 300 ປອນຊູດັງ (ປະມານ 10.000 ກີບ) ເມື່ອທຽບໃສ່ຂ່າວສານ ແລະ ຂໍ້ມູນຈໍານວນຫລາຍໃນໂລກອອນລາຍທີ່ມີລາຄາ “ຟຣີ”.

“ຂ້າພະເຈົ້າມັກໜັງສືພິມ ແລະ ຫວັງວ່າມັນຈະບໍ່ຫາຍໄປ ເພາະສັງຄົມຂອງພວກເຮົາຕ້ອງການຄວາມໜ້າເຊື່ອຖືທີ່ໜັງສືພິມມີໃຫ້” ທ່ານ ຢູສເຊບ ຮາມັດ ບັນນາທິການຂອງອັລ-ຮາດາທາ ສໍານັກພິມ ເຊິ່ງໃນປັດຈຸບັນເຜີຍແພ່ເນື້ອໃນທາງອອນລາຍ ເພາະເຫດຜົນທາງການເມືອງ ແລະ ເສດຖະກິດ ກ່າວອີກວ່າ: ການຈໍາໜ່າຍໜັງສືພິມນອກນະຄອນຫລວງຄາທູມເລີ່ມໜ້ອຍລົງ.

ທ່ານ ອັບເດວ ກາເດີ ຮິມມັດ ໜຶ່ງໃນຊາວຊູດັງສ່ວນໜ້ອຍທີ່ຍັງຊື້ໜັງສືພິມ ກ່າວວ່າ: ໜັງສືພິມມີຄວາມສໍາຄັນຫລາຍກວ່າສື່ອື່ນໆ ເພາະມັນສາມາດເກັບໄວ້ເປັນຫລັກຖານທີ່ຈັບບາຍໄດ້.