25 ຄໍາຄົມຂົງເບັ້ງ ຂໍ້ຄິດຊີວິດ ຈາກຂົງເບັ້ງ

ຂົງເບັ້ງ ຫຼື Zhuge Liang ເປັນຕົວລະຄອນໃນວັນນະກໍາຈີນອີງ ປະຫວັດສາດເລື່ອງ ສາມກົກ ທີ່ມີຕົວລະຄອນຈິງໃນປະຫວັດສາດຍຸດສາມກົກ ເຊິ່ງໄດ້ຮັບການຂະໜານນາມຈາກໃຜຕໍ່ໃຜວ່າເປັນ “ຜູ້ຫຍັ່ງຮູ້ດິນຟ້າມະຫາສະໝຸດ” ພາບແຕ້ມຂອງຂົງເບັ້ງ ໃບໜ້າຂາວແຕ່ງກາຍພູມຖານ ບຸກຄະລິກລັກສະນະຂອງຂົງເບັ້ງທີ່ໃຜຕໍ່ໃຜຕ່າງກ່າວເຖິງຄືຄວາມສະຫຼຽວສະຫຼາດທາງດ້ານການສູ້ຮົບ ແລະ ໄຫວພິບປະຕິພານທີ່ເປັນເລີດ ລວມເຖິງວາຈາອັນຄົມຄາຍບາດຈິດໃຈ ເພາະໃຊ້ເປັັນແງ່ຄິດຊີວິດໄດ້ຢ່າງດີ. ລອງມາເບິ່ງຂໍ້ຄິດທັງ 25 ຂໍ້ທີ່ມາຈາກ ຄໍາຄົຂົງເບັ້ງ ເພື່ອໃຊ້ໃນການດໍາເນີນຊິວີດຢ່າງສະຫຼາດ.
- ຖ້າຄິດຈະເປັນໃຫຍ່ ກໍຈະໄດ້ເປັນໃຫຍ່ ຖ້າຄິດຢາກເປັນຫຍັງເຮົາກໍຈະໄດ້ເປັນສິ່ງນັ້ນ.
- ເພາະສະແຫວງຫາ ບໍ່ແມ່ນເພາະລໍຄອຍ, ເພາະຊ່ຽວຊານ ບໍ່ແມ່ນເພາະໂອກາດ, ເພາະສາມາດ ບໍ່ແມ່ນເພາະໂຊກຊ່ວຍ ດັ່ງນັ້ນ “ລິຄິດຟ້າ ຫຼື ຈະສູ້ມານະຕົນ”.
- ນົກເຮັດຮັງໃຫ້ເບິ່ງໄມ້ ຂ້າເລືອກນາຍໃຫ້ເບິ່ງນໍ້າໃຈ.
- ຜູ້ທີ່ຍິ່ງໃຫຍ່ທີ່ສຸດ ຄືຜູ້ທີ່ເຮັດຕົນໃຫ້ນ້ອຍທີ່ສຸດ.
- ຜູ້ທີ່ນ້ອຍທີ່ສຸດ ກໍຈະກາຍເປັນຜູ້ທີ່ໃຫຍ່ທີ່ສຸດ.
- ຜູ້ທີ່ມີກຽດ ຄືຜູ້ທີ່ໃຫ້ກຽດຜູ້ອື່ນ.
- ຖ້າສະຕິບໍ່ມາ ປັນຍາກໍບໍ່ເກີດ.
- ໄມ້ຄົດໃຊ້ເຮັດຂໍ, ເຫຼັກງໍໃຊ້ເຮັດກ່ຽວ ແຕ່ຄົນຄົດຄ້ຽວໃຊ້ເຮັດຫຍັງບໍ່ໄດ້ເລີຍ.
- ຫຼິ້ນໝາກຄຸກ ຢ່າເອົາແຕ່ບຸກຢ່າງດຽວ ເດີນໝາກຄຸກຍັງຕ້ອງຄິດ, ເດີນໝາກຊີວິດ ຈະບໍ່ຄິດໄດ້ແນວໃດ.
- ເມື່ອໃຜຄົນໜຶ່ງເຮັດຜິດ ທ່ານຢ່າຟ້າວຕໍານິ ຫຼື ດ່າເຂົາ ເພາະຖ້າທ່ານເປັນເຂົາ ແລະ ຕົກຢູ່ໃນສະພາບແວດລ້ອມເຊັ່ນດຽວກັບເຂົາ ທ່ານອາດຈະຕັດສິນໃຈເຮັດຄືກັນກັບເຂົາກໍໄດ້.
- ການບໍລິຫານຄືການເຮັດວຽກໃຫ້ສໍາເລັດໂດຍອາໄສມືຜູ້ອື່ນ.
- ຜູ້ປົກຄອງລະດັບທໍາມະດາ ໃຊ້ຄວາມສາມາດຂອງຕົນຢ່າງເຕັມທີ່.
- ຜູ້ປົກຄອງລະດັບກາງ ໃຊ້ກໍາລັງຂອງຄົນອື່ນຢ່າງເຕັມທີ່.
- ຜູ້ປົກຄອງລະດັບສູງ ໃຊ້ປັນຍາຂອງຄົນອື່ນຢ່າງເຕັມທີ.
- ອ່ານຄົນອອກ, ບອກຄົນໄດ້ ແລະ ໃຊ້ຄົນເປັນ.
- ເມື່ອນັກການທູດເວົ້າວ່າ “ແມ່ນ” ຫຼື “ອາດຈະ” ເຂົາມີຄວາມວ່າ “ອາດຈະ”.
- ເມື່ອນັກການທູດເວົ້າວ່າ “ອາດຈະ” ເຂົາມີຄວາມວ່າ “ແມ່ນ”
- ເມື່ອນັກການທູດເວົ້າວ່າ “ແມ່ນ” ເຂົາບໍ່ແມ່ນນັກການທູດ ເພາະນັກການທູດທີ່ດີຈະບໍ່ປະຕິເສດໃຜ.
- ເມື່ອສຸພາບສະຕີເວົ້າວ່າ “ແມ່ນ” ເຂົາມີຄວາມໝາຍວ່າ “ອາດຈະ”.
- ເມື່ອສຸພາບສະຕີເວົ້າວ່າ “ອາດຈະ” ເຂົາມີຄວາມໝາຍວ່າ “ແມ່ນ” ຫຼື “ໄດ້”.
- ເມື່ອສຸພາບສັດຕີເວົ້າວ່າ “ແມ່ນ” ຫຼື “ໄດ້” ເຂົາບໍ່ແມ່ນສຸພາບສະຕີ.
- ສຸພາບສະຕີຈະບໍ່ຕອບຮັບໃຜງ່າຍໆ.
- ຄິດເຮັດການໃຫຍ່ ຢ່າສົນໃຈເລື່ອງເລັກນ້ອຍ.
- ຕາສາມາດເບິ່ງເຫັນສິ່ງທີ່ໄກໄດ້ ແຕ່ບໍ່ສາມາດເບິ່ງເຫັນຄິ້ວຂອງໂຕເອງ.
- ຄົນສ່ວນໃຫຍ່ໃສ່ໃຈກັບຜົນໄດ້ໄລຍະສັ້ນເທົ່ານັ້ນ ແຕ່ຄົນສະຫຼາດຢ່າງແທ້ຈິງຈະເບິ່ງໄປຍັງອະນາຄົດ.

