ແມນເຊສເຕີ ຊິຕີ ປະກາດຄວ້າ ດານິໂລ ມາຮ່ວມທີມແລ້ວ

ສະໂມສອນ ແມນເຊສເຕີ ຊິຕີ ປະກາດຄວ້າໂຕ ດານິໂລ ກອງຫຼັງທີມຊາດບຣາຊິລ ຂອງ ຣິນ ມາດຣິດ ມາຮ່ວມທີມຮຽບ ຮ້ອຍແລ້ວ ເຊັນສັນຍາຮ່ວມວຽກ ກັນ 5 ປີ ບໍ່ມີການເປີດເຜີຍຄ່າໂຕ ແຕ່ຢ່າງໃດ ແຕ່ສື່ຄາດກັນວ່າຢູ່ທ່ີ 26.5 ລ້ານປອນ.
ການຄວ້າໂຕ ດານິໂລ ມາ ຮ່ວມທີມໃນຄັ້ງນີ້ ເຮັດໃຫ້ ແມນ ເຊສເຕີ ຊິຕີ ໃຊ້ງົບເສີມທັບໃນລະ ດູການນີ້ໄປແລ້ວ 76.5 ລ້ານ ປອນ ຫຼັງຫາກໍຄວ້າໂຕ ໄຄ ວອກ ເກີ ມາຈາກ ທັອດແນມ ຮັດສະເປີ ມາຮ່ວມທີມກ່ອນໜ້ານີ້ດ້ວຍຄ່າ ໂຕ 50 ລ້ານປອນ.
ດານິໂລ ກ່າວວ່າ: “ຂ້ອຍມີ ຄວາມສຸກດີເປັນຢ່າງຍິ່ງທີ່ໄດ້ມາຮ່ວມທີມ ແມນເຊສເຕີ ຊິຕີ ຂ້ອຍ ໄດ້ຮັບຄວາມສົນໃຈຈາກສະໂມ ສອນອື່ນໆ ແຕ່ການຫຼິ້ນໃຫ້ກັບ ເປບ ກວາດິໂອລາ ຄືຄວາມໄຝ່ ຝັນຂອງຂ້ອຍມາຕະຫຼອດ ທັນທີ່ ຂ້ອຍໄດ້ຍີນວ່າລາວສົນໃຈຂ້ອຍ ຂ້ອຍຮູ້ທັນທີວ່າຂ້ອຍຕ້ອງການ ເປັນນັກເຕະຂອງ ແມນ ຊິຕີ ຂ້ອຍ ຕັ້ງຕາລໍຖ້າທີ່ຈະເລີ່ມຕົ້ນ ແລະ ເຮັດຄວາມຮູ້ຈັກກັບໝູ່ຮ່ວມທີມ ໃໝ່ຂອງຂ້ອຍໃນອີກຫຼາຍອາທິດຂ້າງໜ້າ.”