ທ່ານ ຫວາງອີ້ ເຂົ້າພົບທ່ານ ປູຕິນ ຮັດແໜ້ນການພົວພັນ ຈີນ-ຣັດເຊຍ ພ້ອມສົ່ງສັນຍານທ່ານ ສີຈິ້ນຜິງ ອາດຢ້ຽມຢາມຣັດເຊຍດ້ວຍຕົວເອງ

ວັນທີ 22 ກຸມພາ, ທ່ານ ຫວາງອີ້ ນັກການທູດລະດັບສູງຂອງຈີນ ໄດ້ເຂົ້າພົບປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ຢູ່ນະຄອນຫລວງມົດສະກູ ເນັ້ນເຖິງການພົວພັນອັນແໜ້ນແຟ້ນລະຫວ່າງສອງປະເທດ ໂດຍການເດີນທາງຢ້ຽມຢາມຄັ້ງນີ້ມີຂຶ້ນກ່ອນສົງຄາມອູແກຣນ ແລະ ຣັດເຊຍຈະຄົບຮອບ 1 ປີໃນວັນທີ 23 ກຸມພານີ້.
ທ່ານ ຫວາງອີ້ ກ່າວວ່າ: ຈີນ ແລະ ຣັດເຊຍ ພ້ອມຈະຮັດແໜ້ນການຮ່ວມມືທາງກົນລະຍຸດໃຫ້ແໜ້ນແຟ້ນກວ່າເກົ່າ ໂດຍກ່ອນໜ້ານັ້ນທ່ານ ຫວາງອີ້ ໄດ້ເຂົ້າພົບທ່ານ ເຊີເກ ລາບຣອບ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຣັດເຊຍ ໂດຍກ່າວວ່າ: ທ່ານຄາດວ່າຈະມີການ “ບັນລຸສັນທາມະຕິໃໝ່” ໃນການພັດທະນາການພົວພັນລະຫວ່າງສອງປະເທດ.
ທ່ານ ປູຕິນ ກ່າວວ່າ: “ການພົວພັນຣັດເຊຍ ແລະ ຈີນກໍາລັງດໍາເນີນໄປຕາມທີ່ວາງແຜນໄວ້” ອີກທັງຍັງປະສົບຜົນສໍາເລັດໃນດ້ານຕ່າງໆເຊັ່ນ: ການຄ້າທະວີພາຄີ. ທ່ານ ປູຕິນ ກ່າວວ່າ: ທັງສອງປະເທດມີການຮ່ວມມືຢ່າງຕໍ່ເນື່ອງໃນກິດຈະການສາກົນ.
ທ່ານ ປູຕິນ ກ່າວວ່າ: ສະຖານະການໂລກໃນປັດຈຸບັນນັ້ນມີຄວາມຊັບຊ້ອນສູງ, ການພົວພັນລະຫວ່າງຈີນ ແລະ ຣັດເຊຍເປັນສິ່ງສໍາຄັນທີ່ຈະສ້າງສະຖຽນລະພາບໃຫ້ແກ່ສະຖານະການໂລກ.
ອ້າງອີງ:

