IMF ເຜີຍຄາດຄະເນຕົວເລກ ເສດຖະກິດເຕີບໃຫຍ່ປີນີ້ ແລະ ປີໜ້າ

ກອງທຶນການເງິນສາກົນ (IMF) ລາຍງານວ່າ: ເສດຖະກິດໂລກພວມຟື້ນຕົວຢ່າງແຂງແຮງ ໂດຍຄາດວ່າຈະຂະຫຍາຍຕົວ 3,5% ໃນປີ 2017 ແລະ 3,6% ໃນປີ 2018 ຈາກການເຕີບໃຫຍ່ຢູ່ຈີນ, ເອີຣົບ ແລະ ຍີ່ປຸ່ນ ເຊິ່ງຊ່ວຍທົດແທນການປັບແກ້ຕົວເລກເສດຖະກິດທີ່ຫລຸດລົງຢູ່ອາເມລິກາ.
ເຖິງຢ່າງໃດກໍຕາມ, ການເຕີບໃຫຍ່ດ້ານຄ່າຈ້າງແຮງງານຍັງເປັນໄປຢ່າງຊັກຊ້າ ເຊິ່ງສ່ຽງຂັດແຍ່ງ ແລະ ຈະເຮັດໃຫ້ບາງປະເທດຕໍ່ຕ້ານນະໂຍບາຍໂລກຫລາຍຂຶ້ນ. IMF ໄດ້ເຕືອນໃນລາຍງານທ່າອ່ຽງເສດຖະກິດໂລກສະບັບປັບປຸງຫລ້າສຸດໃນເດືອນກໍລະກົດ ໂດຍລະບຸວ່າ: ຄວາມພະຍາຍາມຫລຸດລະບຽບຂໍ້ບັງຄັບທາງການເງິນທີ່ມີຂຶ້ນນັບແຕ່ວິກິດປີ 2008 ອາດກະທົບຕໍ່ສະຖຽນລະພາບທາງເສດຖະກິດ. IMF ຍັງຄາດຫວັງວ່າ: ເສດຖະກິດໂລກຈະເຕີບໃຫຍ່ 3,5% ໃນປີ 2017 ແລະ 3,6% ໃນປີ 2018 ເຊິ່ງເປັນຕົວເລກດຽວກັບລາຍງານທ່າອ່ຽງເສດຖະກິດໂລກສະບັບເດືອນເມສາ ໂດຍຄາດວ່າອາເມລິກາເຕີບໃຫຍ່ 2,1% ໃນປີນີ້ ແລະ ປີໜ້າ, ເຂດໃຊ້ເງິນເອີໂຣ 1,9% ແລະ 1,7%, ຍີ່ປຸ່ນ 1,3% ແລະ 0,6%, ຈີນ 6,7% ແລະ 6,4%, ອາຊຽນ 5,1% ແລະ 5,2%, ອາເມລິກາລາຕິນ ແລະ ກາລິບຽນ 1,0% ແລະ 1,9%, ສ່ວນປະເທດຕອນໃຕ້ຊາຮາຣາຢູ່ອາຟຣິກາຄາດວ່າເສດຖະກິດຈະເຕີບໃຫຍ່ 2,7% ແລະ 3,5% ໃນປີ 2017 ແລະ ປີ 2018 ຕາມລຳດັບ.

