ອັງກິດ-EU ເຫັນພ້ອມກົດໝາຍການຄ້າໃໝ່ໃນອຽກລັງເໜືອ ຫວັງແກ້ບັນຫາຫລັງ Berxit

ອັງກິດ-EU ເຫັນພ້ອມກົດໝາຍການຄ້າໃໝ່ໃນອຽກລັງເໜືອ ຫວັງແກ້ບັນຫາຫລັງ Berxit

ທ່ານ ຣິຊີ ຊູນັກ ນາຍົກລັດຖະມົນຕີອັງກິດ ແລະ ທ່ານ ນາງ ອົວຊູລາ ຟອນ ແດຣ ໄອເອິນ ປະທານຄະນະກໍາມາທິການເອີຣົບ ເຊິ່ງເປັນໜ່ວຍງານສໍາຄັນຂອງສະຫະພາບເອີຣົບ (EU) ເຫັນພ້ອມກົດການຄ້າໃໝ່ທີ່ຈະນໍາມາປັບປຸງໃຊ້ໃນອຽກລັງເໜືອ ຫວັງແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນພາຍຫລັງ Brexit. ຂໍ້ຕົກລົງສະບັບໃໝ່ນີ້ມີຂຶ້ນເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຈາກພິທີສານອຽກລັງເໜືອ…

ຊາວອິດສະລາແອນໃນເວສແບງບໍ່ພໍໃຈ ຫລັງມີເພື່ອນສະມາຊິກຜູ້ຕັ້ງຖິ່ນຖານຖືກສັງຫານໂດຍຊາວປາແລັສຕິນ

ຊາວອິດສະລາແອນໃນເວສແບງບໍ່ພໍໃຈ ຫລັງມີເພື່ອນສະມາຊິກຜູ້ຕັ້ງຖິ່ນຖານຖືກສັງຫານໂດຍຊາວປາແລັສຕິນ

ຊາວອິດສະລາແອນຜູ້ຕັ້ງຖິ່ນຖານໃນດິນແດນປາແລັສຕິນທີ່ຖືກຢຶດຄອງ ຄືເຂດເວສແບງຮູ້ສຶກບໍ່ພໍໃຈ ແລະ ລຸກຮື້ຂຶ້ນ ຫລັງຈາກມີເພື່ອນສະມາຊິກຜູ້ຕັ້ງຖິ່ນຖານຈໍານວນ 2 ຄົນ ຖືກມືປືນຊາວປາແລັສຕິນຍິງເສຍຊີວິດ ໃນທ້າຍອາທິດຜ່ານມາ. ເຫດການດັ່ງກ່າວເຮັດໃຫ້ຊາວອິດສະລາແອນຈໍານວນບໍ່ໜ້ອຍໃນເຂດເວສແບງ ໂຈມຕີໃສ່ໝູ່ບ້ານຊາວປາແລັສຕິນໃນເມືອງຮູວາຣາ ເຮັດໃຫ້ມີຊາວປາແລັສຕິນເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ໄດ້ຮັບບາດເຈັບອີກປະມານ 100 ຄົນ ໂດຍເຈົ້າໜ້າທີ່ທາງການປາແລັສຕິນທີ່ເຝົ້າຕິດຕາມການຕັ້ງຖິ່ນຖານໃນເວສແບງເຜີຍວ່າ: ມີບ່ອນຢູ່ອາໄສຂອງຊາວປາແລັສຕິນປະມານ…

ຕວກກີເລັ່ງສອບສວນສາເຫດອາຄານຖະຫລົ່ມຈາກແຜ່ນດິນໄຫວ ຖືກຈັບແລ້ວ 184 ຄົນ

ຕວກກີເລັ່ງສອບສວນສາເຫດອາຄານຖະຫລົ່ມຈາກແຜ່ນດິນໄຫວ ຖືກຈັບແລ້ວ 184 ຄົນ

ທ່ານ ເບກີ ບອດເດັດ (Bekir Bozdag) ລັດຖະມົນຕີວ່າການກະຊວງຍຸຕິທໍາຕວກກີ ເປີດເຜີຍໃນວັນທີ 25 ກຸມພາວ່າ: ທາງການຕວກກີໄດ້ສອບສວນຜູ້ຖືກສົງໄສ 600 ກວ່າຄົນທີ່ຄາດວ່າມີສ່ວນຮັບຜິດຊອບຕໍ່ເຫດອາຄານຫລາຍແຫ່ງພັງຖະຫລົ່ມຈາກແຜ່ນດິນໄຫວຄັ້ງໃຫຍ່ໃນວັນທີ 6 ກຸມພາຜ່ານມາ ໂດຍປັດຈຸບັນມີຜູ້ຖືກຈັບແລ້ວ 184 ຄົນ ທ່າມກາງຄວາມຄຽດແຄ້ນຂອງປະຊາຊົນທີ່ເບິ່ງວ່າການສ້າງອາຄານເຫລົ່ານີ້ມີການທຸຈະລິດເກີດຂຶ້ນ ຈົນເຮັດໃຫ້ເກີດເລື່ອງເສົ້າຕາມມາ. ສໍາລັບຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຫລ້າສຸດມີ…

WHO ເຜີຍ ກໍລະນີໄຂ້ຫວັດສັດປີກ H5N1 ຢູ່ກໍາປູເຈຍ ຈັດຢູ່ໃນກຸ່ມໄວຣັສປະຈໍາຖິ່ນ

WHO ເຜີຍ ກໍລະນີໄຂ້ຫວັດສັດປີກ H5N1 ຢູ່ກໍາປູເຈຍ ຈັດຢູ່ໃນກຸ່ມໄວຣັສປະຈໍາຖິ່ນ

ອົງການອະນາໄມໂລກ (WHO) ເຜີຍເຖິງກໍລະນີການພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N1 ຈໍານວນ 2 ຄົນຢູ່ກໍາປູເຈຍໃນອາທິດຜ່ານມາວ່າ: ເຊື້ອໄວຣັສທີ່ກວດພົບຈັດຢູ່ໃນກຸ່ມ 2.3.2.1c ເຊິ່ງມີລັກສະນະເປັນໄວຣັສປະຈໍາຖິ່ນ ແພ່ລະບາດພາຍໃນປະເທດ ຫລື ພື້ນທີີໜຶ່ງ ໂດຍຄ້າຍຄືເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ທີ່ແພ່ລະບາດໃນສັດປີກເຂດອາຊຽນ ນັບແຕ່ປີ 2014 ເຊິ່ງແຕກຕ່າງຈາກເຊື້ອກຸ່ມ 2.3.4.4b…

ອິດສະລາແອນ-ປາແລັສຕິນ ເຫັນພ້ອມແນວທາງຫລຸດຄວາມຂັດແຍ່ງ ຫລັງຮ່ວມປະຊຸມຫາລືຢູ່ຈໍເຈຍ

ອິດສະລາແອນ-ປາແລັສຕິນ ເຫັນພ້ອມແນວທາງຫລຸດຄວາມຂັດແຍ່ງ ຫລັງຮ່ວມປະຊຸມຫາລືຢູ່ຈໍເຈຍ

ຜູ້ແທນອິດສະລາແອນ ແລະ ປາແລັສຕິນ ເຫັນພ້ອມເຖິງແນວທາງຫລຸດຄວາມຂັດແຍ່ງ ຫລັງຮ່ວມປະຊຸມຫາລືຢູ່ຈໍເຈຍໃນວັນທີ 26 ກຸມພາ ໂດຍມີຜູ້ແທນຈາກອາເມລິກາ ແລະ ອີຢິບເຂົ້າຮ່ວມ ເຊິ່ງທັງໝົດຈະປະສານການຮ່ວມມືລະຫວ່າງກັນ ເພື່ອປ້ອງກັນເຫດຄວາມຮຸນແຮງທີ່ອາດຈະເກີດຂຶ້ນອີກໃນອະນາຄົດ. ພາຍໃນຖະແຫລງການຮ່ວມ, ອິດສະລາແອນໃຫ້ຄໍາໝັ້ນວ່າຈະໂຈະການຫາລືກ່ຽວກັບການຕັ້ງຖິ່ນຖານໃໝ່ໃນດິນແດນປາແລັສຕິນທີ່ຖືກອິດສະລາແອນຢຶດຄອງເປັນໄລຍະເວລາ 4 ເດືອນ ແລະ ໂຈະການອະນຸມັດການຈັດຕັ້ງຖິ່ນຖານເພີ່ມອີກໃນພື້ນທີ່ດັ່ງກ່າວເປັນໄລຍະເວລາ 6 ເດືອນ….

ເຮືອຜູ້ອົບພະຍົບຂວ້ຳໃກ້ຝັ່ງທາງຕອນໃຕ້ຂອງອິຕາລີ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 59 ຄົນ

ເຮືອຜູ້ອົບພະຍົບຂວ້ຳໃກ້ຝັ່ງທາງຕອນໃຕ້ຂອງອິຕາລີ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 59 ຄົນ

ທາງການອິຕາລີເປີດເຜີຍວ່າ: ເຮືອຜູ້ອົບພະຍົບລໍາໜຶ່ງຂວໍ້າກາງທະເລຫລັງຈາກຕໍາກັບກ້ອນຫີນໃກ້ພື້ນທີ່ຊາຍຝັ່ງທາງຕອນໃຕ້ຂອງອິຕາລີ ໃນວັນທີ 26 ກຸມພາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 59 ຄົນ ໃນຈໍານວນນີ້ເປັນເດັກນ້ອຍເຖິງ 12 ຄົນ. ໂດຍເຮືອໄມ້ລໍາດັ່ງກ່າວຂີ່ອອກຈາກເມືອງທ່າອິຊເມຍຂອງຕວກກີ ບັນທຸກຜູ້ອົບພະຍົບຈາກອັບການິດສະຖານ, ອີຣານ, ປາກິດສະຖານ ແລະ ໂຊມາເລຍ ມຸ້ງໜ້າສູ່ທະວີບເອີຣົບ ເຊິ່ງເປັນຈຸດໝາຍປາຍທາງສໍາຄັນຂອງບັນດາຜູ້ອົບພະຍົບທີ່ຕ້ອງການຈະເລີ່ມຕົ້ນຊີວິດໃໝ່. ເບື້ອງຕົ້ນໜ່ວຍລາດຕະເວນແຄມຝັ່ງສາມາດຊ່ວຍເຫລືອຜູ້ອົບພະຍົບໄດ້ບາງສ່ວນແລ້ວ….

ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ

ຈີນ ເລີ່ມທົດລອງລົດໄຟຟ້າໃຊ້ແບັດເຕີຣີເກືອ (Sodium-ion) ເພື່ອໃຫ້ມີລາຄາທີ່ຖືກລົງກວ່າເກົ່າ

ແບັດເຕີຣີ ໂຊດຽມໄອອອນ Sodium-ion (ແບັດເຕີຣີເກືອ) ແມ່ນສາມາດໃຫ້ພະລັງໄດ້ຫລາຍກວ່າ ແລະ ມີລາຄາຖືກກວ່າແບັດເຕີຣີ ລີທຽມໄອອອນ ເຮັດໃຫ້ລົດໄຟຟ້າໃນອະນາຄົດອາດມີລາຄາຖືກລົງ, ເຊິ່ງລົດໄຟຟ້າປັດຈຸບັນມີລາຄາສູງຈາກຕົ້ນທຶນການຜະລິດຂອງແບັດເຕີຣີ. ຈາກຂໍ້ມູນເບື້ອງຕົ້ນ ທາງບໍລິສັດ Hina Battery ແລະ Sehol ໄດ້ທົດລອງໃຊ້ແບັດເຕີຣີເກືອໂດຍໃຊ້ລົດ ລຸ້ນ Sehol E10X…

ສະເທືອນຂວັນ! ນາງແບບສາວ ຖືກຄອບຄົວຂອງອະດີດສາມີ ຄາຕະກຳຢ່າງ ໂຫດຮ້າຍ

ສະເທືອນຂວັນ! ນາງແບບສາວ ຖືກຄອບຄົວຂອງອະດີດສາມີ ຄາຕະກຳຢ່າງ ໂຫດຮ້າຍ

ສຳນັກຂ່າວສົດໄທລາຍງານວ່າ: ສື່ຮ່ອງກົງລາຍງານຂ່າວຄາຕະກຳສະເທືອນຂວັນທີ່ກຳລັງເປັນກະແສຮືຮາທົ່ວຮ່ອງກົງ ວ່າ ນາງ ແອັບບີ້ ຊອຍ ນາງແບບຊື່ດັງ ອາຍຸ 28 ປີ ຖືກຄາຕະກຳ ຫລັງຈາກທີ່ຫາຍຕົວໄປຕັ້ງແຕ່ວັນທີ 21 ກຸມພາ 2023.ເຈົ້າໜ້າທີ່ໄດ້ສືບສວນ-ສອບສວນ ຈົນພົບສົບຂອງນາງຢູ່ໃນຊຸມຊົນຫລຸງເໝີ່ຍ ໃນວັນສຸກ ທີ 24 ກຸມພາ…

ອີຣານປະກາດຜົນສໍາເລັດ ພັດທະນາລູກສອນໄຟໄລຍະໄກລຸ້ນໃໝ່

ອີຣານປະກາດຜົນສໍາເລັດ ພັດທະນາລູກສອນໄຟໄລຍະໄກລຸ້ນໃໝ່

ກອງທັບອີຣານປະກາດຜົນສໍາເລັດ ໃນການພັດທະນາລູກສອນໄຟໄລຍະໄກລຸ້ນຫລ້າສຸດ. ວັນທີ 25 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະຖານີໂທລະພາບແຫ່ງຊາດຂອງອີຣານລາຍງານຜົນສໍາເລັດຂອງກອງກໍາລັງພິທັກປະຕິວັດອີຣານ (IRGC) ໃນການພັດທະນາລູກສອນໄຟໄລຍະໄກປາເວ “ລຸ້ນຫລ້າສຸດ” ຊື່ “ໄຄເບີເຊຄັນ” ເຊິ່ງມີລັດສະໝີໃນການຍິງ 1.650 ກິໂລແມັດ ແລະ ນໍາເຂົ້າປະຈໍາການຮຽບຮ້ອຍແລ້ວ ໂດຍບໍ່ມີການໃຫ້ຂໍ້ມູນເພີ່ມຕື່ມ. ຂະນະທີ່ ທ່ານ…

ອິນເດຍ ຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນລະດັບ 4 ຂອງໂລກດ້ວຍ GDP ລວມ  3,5 ພັນຕື້ໂດລາ

ອິນເດຍ ຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນລະດັບ 4 ຂອງໂລກດ້ວຍ GDP ລວມ  3,5 ພັນຕື້ໂດລາ

ທ່ານ ດີພາກ ແບກລາ ຜູ້ອຳນວຍການສະຖາບັນຄຸ້ມຄອງ, ບໍລິຫານສົ່ງເສີມ ແລະ ສ້າງຄວາມສະດວກໃນການລົງທຶນແຫ່ງຊາດຂອງອິນເດຍຄາດຄະເນວ່າ: ອິນເດຍ ພ້ອມແລ້ວທີ່ຈະລື່ນກາຍ ເຢຍລະມັນ ເພື່ອເປັນພື້ນຖານເສດຖະກິດໃຫຍ່ອັນດັບ 4 ໃນທ້າຍປີນີ້ ຫຼື ຕົ້ນປີໜ້າ. ນັບແຕ່ປີ 2015, ອິນເດຍ ໄດ້ນໍາໜ້າປະເທດ ເບຣຊິນ,…