ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະແດງຄວາມກັງວົນ ຕໍ່ກໍລະນີການຕັ້ງຖິ່ນຖານຂອງອິດສະລາແອນໃນເຂດເວສແບງ

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະແດງຄວາມກັງວົນ ຕໍ່ກໍລະນີການຕັ້ງຖິ່ນຖານຂອງອິດສະລາແອນໃນເຂດເວສແບງ

ກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ສະແດງທ່າທີກັງວົນໃຈ ແລະ ຜິດຫວັງຕໍ່ກໍລະນີການຕັ້ງຖິ່ນຖານຂອງອິດສະລາແອນໃນເຂດເວສແບງທີ່ຢຶດຄອງຢູ່. ພ້ອມຊີ້ວ່າ: ການກະທໍາຂອງອິດສະລາແອນຈະຍິ່ງເປັນອັນຕະລາຍຕໍ່ແນວທາງການແກ້ໄຂບັນຫາຄວາມຂັດແຍ່ງລະຫວ່າງອິດສະລາແອນ-ປາແລັສຕິນຕາມທີ່ເຄີຍຕົກລົງໄວ້ໃນປີ 1967. ທ່າທີດັ່ງກ່າວມີຂຶ້ນພາຍຫລັງຕົ້ນເດືອນກຸມພາຜ່ານມາ, ລັດຖະບານອິດສະລາແອນອະນຸຍາດ ແລະ ຮັບຮອງສິດການຕັ້ງຖິ່ນຖານຂອງຊາວອິດສະລາແອນໃນພື້ນທີ່ເຂດເວສແບງທີ່ຕົນເອງຢຶດຄອງໄດ້ ຫລັງຈາກເລີ່ມຄ່ອຍໆຢຶດຄອງພື້ນທີ່ບາງສ່ວນຂອງເຂດເວສແບງ ລວມທັງເຢຣູຊາເລັມຕາເວັນອອກ ແລະ ເຂດກາຊາ ນັບແຕ່ປີ 1967 ເຊິ່ງພື້ນທີ່ເຫລົ່ານີ້ລ້ວນເປັນດິນແດນທີ່ປາແລັສຕິນຕ້ອງການຈະໃຫ້ເປັນແຜ່ນດິນຂອງລັດ ຫລື…

ເກີດແຜ່ນດິນໄຫວຂະໜາດ 6,4 ຣິກເຕີ ຢູ່ຕວັກກີຮອບໃໝ່ ມີຜູ້ເສຍຊີວິດ 3 ຄົນ ບາດເຈັບ 600 ກວ່າຄົນ

ເກີດແຜ່ນດິນໄຫວຂະໜາດ 6,4 ຣິກເຕີ ຢູ່ຕວັກກີຮອບໃໝ່ ມີຜູ້ເສຍຊີວິດ 3 ຄົນ ບາດເຈັບ 600 ກວ່າຄົນ

ໃນຕອນເດິກຜ່ານມາ ເກີດແຜ່ນດິນໄຫວຂຶ້ນອີກຢູ່ບໍລິເວນຊາຍແດນຂອງຕວັກກີ ແລະ ຊີເຣຍ ຫລື ເປັນເວລາພຽງ 2 ອາທິດຫລັງຈາກພື້ນທີ່ດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງໜັກຈາກແຜ່ນດິນໄຫວຂະໜາດໃຫຍ່ທີ່ຂ້າຊີວິດປະຊາຊົນໄປແລ້ວ 47.000 ກວ່າຄົນ ແລະ ທໍາລາຍບ້ານເຮືອນຂອງປະຊາຊົນໄປຫລາຍແສນຫລັງ. ສູນແຜ່ນດິນໄຫວເມດິເຕີເຣນຽນເອີຣົບ (EMSC) ລະບຸວ່າ: ແຜ່ນດິນໄຫວຄັ້ງຫລ້າສຸດເກີດຂຶ້ນເວລາ 20:04 ໂມງ ຂອງວັນທີ 20…

ຢຸດຕິພາລະກິດ ຄົ້ນຫາຜູ້ລອດຊີວິດຈາກເຫດແຜ່ນດິນໄຫວ ຕວັກກີ-ຊີເຣຍ ເສຍຊີວິດທັງໝົດ 46.456 ຄົນ

ຢຸດຕິພາລະກິດ ຄົ້ນຫາຜູ້ລອດຊີວິດຈາກເຫດແຜ່ນດິນໄຫວ ຕວັກກີ-ຊີເຣຍ ເສຍຊີວິດທັງໝົດ 46.456 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ສຳນັກງານຮັບມືໄພພິບັດແຫ່ງຊາດ ປະກາດຢຸດຕິປະຕິບັດການຄົ້ນຫາ ແລະ ຊ່ວຍເຫລືອຜູ້ລອດຊີວິດຈາກເຫດແຜ່ນດິນໄຫວຢ່າງເປັນທາງການໃນຄືນວັນທີ 19 ກຸມພາ 2023 ເຊິ່ງລວມເປັນ 14 ວັນ, ເຊິ່ງສ້າງຄວາມເສຍຫາຍເປັນວົງກວ້າງທັງໃນຕວັກກີ ແລະ ປະເທດໃກ້ຄຽງ ຂະນະທີ່ຈຳນວນຜູ້ເສຍຊີວິດໃນຕວັກກີ 40.642 ຄົນ, ຊີເຣຍ 5.814 ຄົນ…

ແອັສປາຍ ປະເທດທໍາອິດໃນເອີຣົບທີ່ໃຫ້ຜູ້ຍິງ ສາມາດລາພັກໄດ້ 3-5 ວັນຕໍ່ເດືອນ ຈາເຫດຜົນ “ບໍ່ສະບາຍຈາກການມີປະຈໍາເດືອນ” ໂດຍບໍ່ຖືກຕັດເງິນ

ແອັສປາຍ ປະເທດທໍາອິດໃນເອີຣົບທີ່ໃຫ້ຜູ້ຍິງ ສາມາດລາພັກໄດ້ 3-5 ວັນຕໍ່ເດືອນ ຈາເຫດຜົນ “ບໍ່ສະບາຍຈາກການມີປະຈໍາເດືອນ” ໂດຍບໍ່ຖືກຕັດເງິນ

ແອັສປາຍ ກາຍເປັນປະເທດທໍາອິດໃນເອີຣົບທີ່ໃຫ້ສິດພະນັກງານຜູ້ຍິງລາພັກ ເນື່ອງຈາກບໍ່ສະບາຍຈາກການມີປະຈໍາເດືອນຈໍານວນ 3 ວັນ ແລະ ຂະຫຍາຍເປັນ 5 ວັນໄດ້ຖ້າຈໍາເປັນ ເນື່ອງຈາກຜ່ານກົດໝາຍສິດທິທາງເພດ ແລະ ການຈະເລີນພັນຫລາຍສະບັບ ລວມທັງກົດໝາຍທີ່ຂະຫຍາຍສິດການເອົາລູກອອກ ແລະ ຄົນຂ້າມເພດ. “ຖ້າປາສະຈາກສິດດັ່ງກ່າວ ຜູ້ຍິງກໍບໍ່ແມ່ນພົນລະເມືອງໂດຍສົມບູນ” Irene Montero ລັດຖະມົນຕີກະຊວງຄວາມສະເໝີພາບຂອງແອັສປາຍ…

ເຈົ້າຄອງລັດເຊົາເປົາໂລຂອງເບຣຊິນປະກາດສະຖານະການສຸກເສີນ ຫລັງນໍ້າຖ້ວມໜັກ-ດິນເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ

ເຈົ້າຄອງລັດເຊົາເປົາໂລຂອງເບຣຊິນປະກາດສະຖານະການສຸກເສີນ ຫລັງນໍ້າຖ້ວມໜັກ-ດິນເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ

ທ່ານ ດາຊິຊິໂອ ເດ ເຟຣຕັສ ເຈົ້າຄອງລັດເຊົາເປົາໂລໃນເບຣຊິນ ປະກາດສະຖານະການສຸກເສີນບໍລິເວນ 5 ເມືອງຊາຍຝັ່ງທາງຕາເວັນອອກສຽງໃຕ້ຂອງປະເທດໃນວັນທີ 19 ກຸມພາ ຫລັງຝົນຕົກລົງມາຢ່າງໜັກ ເຮັດໃຫ້ຫລາຍພື້ນທີ່ນໍ້າຖ້ວມສູງ ແລະ ເກີດດິນເຈື່ອນ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ ແລະ ອີກຫລາຍຮ້ອຍຄົນກາຍເປັນຜູ້ບໍ່ມີບ່ອນຢູ່ອາໄສ. ໂດຍເມືອງເຊົາເຊບາສຕຽວ…

ອິນເດຍກຽມສ້າງໂຮງໄຟຟ້ານິວເຄຼຍແຫ່ງທໍາອິດ ທາງຕອນເໜືອຂອງປະເທດ

ອິນເດຍກຽມສ້າງໂຮງໄຟຟ້ານິວເຄຼຍແຫ່ງທໍາອິດ ທາງຕອນເໜືອຂອງປະເທດ

ສໍານັກຂ່າວຊິນຮົວລາຍງານໃນວັນທີ 18 ກຸມພາວ່າ: ລັດຖະບານອິນເດຍປະກາດການກໍ່ສ້າງໂຮງໄຟຟ້ານິວເຄຼຍໃນລັດຫໍຍານາທາງຕອນເໜືອຂອງປະເທດ. ໂຮງໄຟຟ້ານິວເຄຼຍແຫ່ງທໍາອິດທາງຕອນເໜືອຂອງອິນເດຍນີ້ ຈະສ້າງຂຶ້ນໃນເຂດໂຄຣາມປຸຣະ ເຂດຟາເຕຮາບັດ ເຊິ່ງຢູ່ຫ່າງຈາກນະຄອນຫລວງນິວເດລີໄປທາງຕອນເໜືອປະມານ 150 ກິໂລແມັດ. ທ່ານ ຈິເທນຕຣາ ຊິງ ລັດຖະມົນຕີວ່າການກະຊວງສະຫະພາບແຮງງານຂອງອິນເດຍລະບຸວ່າ: ການຕັດສິນໃຈສ້າງໂຮງໄຟຟ້ານິວເຄຼຍດັ່ງກ່າວສອດຄ່ອງກັບການໃຫ້ຄວາມສໍາຄັນຕໍ່ການເພີ່ມກໍາລັງຜະລິດນິວເຄຼຍຂອງອິນເດຍ. ພ້ອມກ່າວວ່າ: ລັດຖະບານໄດ້ອະນຸມັດການຕິດຕັ້ງເຄື່ອງປະຕິກອນນິວເຄຼຍຈໍານວນ 10 ເຄື່ອງແລ້ວ.

Meta ກຽມເກັບຄ່າບໍລິການ Meta Verified ໂດຍເກັບຄ່າບໍລິການ ປະມານ 15 ໂດລາ ຫລື ປະມານ 255.000 ກີບ/ເດືອນ

Meta ກຽມເກັບຄ່າບໍລິການ Meta Verified ໂດຍເກັບຄ່າບໍລິການ ປະມານ 15 ໂດລາ ຫລື ປະມານ 255.000 ກີບ/ເດືອນ

ວັນທີ 19 ກຸມພາ 2023 ນີ້ Mark Zuckerberg ເຈົ້າຂອງບໍລິສັດ Meta ອອກມາປະກາດຜ່ານໂປຣໄຟລຂອງຕົນເອງວ່າ ຈະເປີດບໍລິການ Meta Verified ຫຼື ບໍລິການສະໝັກສະມາຊິກ ທີ່ໃຊ້ຢືນຢັນບັນຊີດ້ວຍບັດປະຈຳຕົວ ເຊິ່ງຈະໄດ້ຮັບເຄື່ອງໝາຍ () ເປັນສີຟ້າ ຖືວ່າເປັນການປົກປ້ອງບັນຊີຈາກການປອມແປງ,…

ປີ 2023 ລັດຖະບານມາເລເຊຍ​ ຄາດວ່າ ຈະສາມາດຄວບຄຸມລາຄາສິນຄ້າທີ່ເພີ່ມຂຶ້ນສູງ ເພື່ອສະກັດກັ້ນໄພເງິນເຟີ້ພາຍໃນປະເທດ

ປີ 2023 ລັດຖະບານມາເລເຊຍ​ ຄາດວ່າ ຈະສາມາດຄວບຄຸມລາຄາສິນຄ້າທີ່ເພີ່ມຂຶ້ນສູງ ເພື່ອສະກັດກັ້ນໄພເງິນເຟີ້ພາຍໃນປະເທດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 17 ກຸມພາ 2023 ຜ່ານມາ, ທ່ານອັນວາ ໄອບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ: ເພື່ອສະກັດກັ້ນໄພເງິນເຟີ້, ລັດຖະບານມີແຜນການຈະຮັກສາລະບຽບການຄວບຄຸມລາຄາສິນຄ້າ​ ແລະ​ ອຸດໜູນສິນຄ້າພິເສດທີ່ມີຢູ່ໃນປັດຈຸບັນ, ຄາດວ່າ ຈະສາມາດຄວບຄຸມບັນຫາທີ່ລາຄາສິນຄ້າເພີ່ມສູງຂຶ້ນຢ່າງມີປະສິດທິຜົນພາຍໃນປີ 2023. ອີງຕາມຜົນການສຳຫລວດຂອງກົມສະຖິຕິມາເລເຊຍໃຫ້ຮູ້ວ່າ: ຖ້າຫາກບໍ່ມີລະບຽບດັ່ງກ່າວ, ລະດັບໄພເງິນເຟີ້ຂອງປະເທດຕົນຈະຫລາຍກວ່າ…

ຊາອຸດິ ອາຣັບບີ ຈະສ້າງເມືອງໃໝ່ ພາຍໃນປີ 2030

ຊາອຸດິ ອາຣັບບີ ຈະສ້າງເມືອງໃໝ່ ພາຍໃນປີ 2030

ສຳນັກ​ຂ່າວ ຣອຍ​ເຕີ ລາຍງານວັນ​ທີ 17​ ກຸມພາ 2023 ​ນີ້ວ່າ: ຊາ​ອຸ​ດິ ອາຣັບບີ ມີ​ເປົ້າໝາຍສ້າງ​ເມືອງ​ໃໝ່ເປັນ​ມະຫາ​ນະຄອນລະດັບ​ໂລກ ​ແລະ ສ້າງ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ເສດຖະກິດຢູ່​ໃຈກາງນະຄອນຫລວງ ຣີຢາດ (Riyadh) ມູນ​ຄ່າການ​ລົງທຶນ 800 ຕື້​ໂດ​ລາ​ສະຫະລັດໃຫ້​ສຳ​ເລັດພາຍ​ໃນ​ປີ 2030 ​ເພື່ອ​ປັບ​ປຸງ​ປະ​ເທດໃຫ້​ທັນ​ສະ​ໄໝ ​ແລະ ຫລຸດ​ຜ່ອນການເພີ່ງ​ພາລາຍ​ຮັບຈາກ​ການ​ສົ່ງ​ອອກ​ນ້ຳມັນ. ພາຍຫລັງ​ເຈົ້າຊາຍ…

ເກີດເຫດຄົນຮ້າຍກວາດຍິງຫລາຍຈຸດໃນລັດມິສຊິສຊິບປີ ມີຜູ້ເສຍຊີວິດແລ້ວ 6 ຄົນ ຈັບກຸມຜູ້ກໍ່ເຫດໄດ້ແລ້ວ

ເກີດເຫດຄົນຮ້າຍກວາດຍິງຫລາຍຈຸດໃນລັດມິສຊິສຊິບປີ ມີຜູ້ເສຍຊີວິດແລ້ວ 6 ຄົນ ຈັບກຸມຜູ້ກໍ່ເຫດໄດ້ແລ້ວ

ວັນທີ 17 ກຸມພາ, ເກີດເຫດຄົນຮ້າຍບຸກກວາດຍິງໃນເມືອງນ້ອຍໆແຫ່ງໜຶ່ງໃນລັດມິສຊິສຊິບປີຂອງອາເມລິກາ ໂດຍລາວໄດ້ສັງຫານອະດີດພັນລະຍາ ແລະ ບຸກຄົນອື່ນໆອີກ 5 ຄົນໃນ 3 ສະຖານທີ່ ກ່ອນເຈົ້າໜ້າທີ່ຈະຈັບກຸມໄດ້. ເຫດນອງເລືອດຄັ້ງນີ້ເກີດຂຶ້ນໃນອາຄາບັດລາ (Arkabutla) ເຊິ່ງເປັນເມືອງນ້ອຍໆໃນຊົນນະບົດທີ່ມີປະຊາກອນບໍ່ຮອດ 300 ຄົນໃນເທດເຄົາຕີ ທາງຕອນເໜືອຂອງລັດມິສຊິສຊິບປີ ຫ່າງຈາກເມືອງເມມຟິສ ລັດເທນເນສຊີໄປທາງໃຕ້ປະມານ…