ອິນໂດເນເຊຍໄຟຂຽວໃຫ້ໂບອິ້ງ 737 MAX 9 ຂຶ້ນບິນອີກຫລັງກວດສອບສໍາເລັດ

ກະຊວງຄົມມະນາຄົມອິນໂດເນເຊຍໄດ້ອະນຸຍາດໃຫ້ເຮືອບິນໂບອິ້ງ ລຸ້ນ 737 MAX 9 ຈໍານວນ 3 ລໍາຂອງສາຍການບິນໄລອ້ອນແອຣຂຶ້ນບິນໄດ້ອີກ ຫລັງຈາກຖືກສັ່ງໂຈະຊົ່ວຄາວ ເນື່ອງຈາກເຫດການເຮືອບິນລຸ້ນດັ່ງກ່າວຂອງສາຍການບິນອາລາສະກາ ແອຣລາຍ ປະສົບອຸບັດເຫດຊິ້ນສ່ວນຂອງເຮືອບິນຫລຸດອອກກາງອາກາດໃນຕົ້ນເດືອນນີ້.
ທ່ານ ນາງ ອາດິຕາ ອິຣະວາຕີ ໂຄສົກກະຊວງຄົມມະນາຄົມອິນໂດເນເຊຍ ເປີດເຜີຍວ່າ: ທາງການໄດ້ສໍາເລັດການກວດສອບເຮືອບິນ 737 MAX 9 ແລະ ພົບວ່າເຮືອບິນໂບອິ້ງ 737 MAX 9 ທັງ 3 ຂອງສາຍການບິນໄລອ້ອນແອຣນັ້ນ ມີໂຄງສ້າງທີ່ແຕກຕ່າງຈາກເຮືອບິນໂບອິ້ງ 737 MAX 9 ຂອງສາຍການບິນອາລາສະກາ ແອຣລາຍ.
ເຖິງຢ່າງໃດກໍດີ, ສໍານັກງານບໍລິຫານການບິນແຫ່ງຊາດອາເມລິກາ (FAA) ປະກາດຂະຫຍາຍເວລາຫ້າມຂຶ້ນບິນຂອງເຮືອບິນໂບອິ້ງ 737 MAX 9 ແບບບໍ່ມີກໍານົດ ເພື່ອກວດສອບດ້ານຄວາມປອດໄພເທື່ອໃໝ່. ພ້ອມປະກາດວ່າຈະເຂັ້ມງວດການເບິ່ງແຍງໂບອິ້ງເອງ ຫລັງເກີດເຫດການຊິ້ນສ່ວນຂອງເຮືອບິນຫລຸດກາງອາກາດ.
ຖະແຫລງການຂອງ FAA ລະບຸວ່າ: ພາຍໃຕ້ການເບິ່ງແຍງທີ່ເຂັ້ມງວດຍິ່ງຂຶ້ນນັ້ນ FAA ຈະກວດສອບສາຍການຜະລິດ ແລະ ຜູ້ສະໜອງຂອງໂບອິ້ງ 737 MAX 9 ແລະ ຈະພິຈາລະນາໃຫ້ອົງກອນອິດສະຫລະເຂົ້າມາເຮັດໜ້າທີ່ແທນໂບອິ້ງໃນການຮັບຮອງຄວາມປອດໄພຂອງເຮືອບິນໃໝ່ ເຊິ່ງກ່ອນໜ້ານີ້ FAA ໄດ້ມອບໃຫ້ໂບອິ້ງດໍາເນີນງານ.

