ແຄລິຟໍເນຍຕອນໃຕ້ກຽມຮັບມືພາຍຸລະດູໜາວທີ່ສຸດໃນຮອບຫລາຍປີ

ສໍານັກຂ່າວຊິນຮົວລາຍງານວ່າ: ລັດແຄລິຟໍເນຍຕອນໃຕ້ຂອງອາເມລິກາກຽມຮັບມືພາຍຸລະດູໜາວທີ່ສຸດໃນທ້າຍອາທິດນີ້ ເຊິ່ງມີທ່າອ່ຽງເປັນພາຍຸໜາວທີ່ສຸດໃນຮອບຫລາຍປີ.

ສໍານັກບໍລິການສະພາບອາກາດແຫ່ງຊາດອາເມລິກາ (NWS) ລະບຸວ່າ: ພາຍຸຫົວດັ່ງກ່າວຈະມາຮອດກາງອາທິດ ແລະ ອາດນໍາພາຝົນ ແລະ ຫິມະມາສູ່ລັດດັ່ງກ່າວ.

NWS ລະບຸວ່າ: ວັນທີ 20 ກຸມພາ, ຖືເປັນວັນສຸດທ້າຍທີ່ອຸນຫະພູມຢູ່ໃນລະດັບບໍ່ຮຸນແຮງ ກ່ອນຮ່ອງເລິກຄວາມກົດດັນອາກາດຕໍ່າຈະເຄື່ອນທີ່ໄປທາງໃຕ້ຕາມຊາຍຝັ່ງຕາເວັນຕົກ ແລະ ເຮັດໃຫ້ສະພາບອາກາດແປປ່ວນໃນໄລຍະທີ່ເຫລືອຂອງອາທິດ.

ເຖິງຢ່າງໃດກໍດີ, ພາກພື້ນບາງສ່ວນຈະມີລົມແຮງ ແລະ ອາກາດເຢັນລົງໃນວັນທີ 21-22 ກຸມພາ ໂດຍມີທ່າອ່ຽງຝົນຕົກເພີ່ມຂຶ້ນ ແລະ ລະດັບຫິມະໜ້ອຍລົງຈົນຮອດວັນທີ 25 ກຸມພາ.

ຂະນະດຽວກັນ, ຄໍາເຕືອນພາຍຸລະດູໜາວຄວບຄຸມນັບແຕ່ລັດວໍຊິງຕັນຈົນຮອດລັດແຄລິຟໍເນຍ ລວມທັງຈາກລັດເນວາດາຈົນຮອດລັດມອນແທນາ.

ທັງນີ້, ຟອກ ເວດເທີ (Fox Weather) ລາຍງານວ່າ: ຊາວອາເມລິກາຫລາຍກວ່າ 17 ລ້ານຄົນຢູ່ພາຍໃຕ້ການແຈ້ງເຕືອນສະພາບອາກາດລະດູໜາວບາງປະເພດ.