ການວິໄຈພົບວ່າ ການປ່ຽນແປງສະພາບອາກາດ ອາດເຮັດໃຫ້ຍຸງແພ່ເຊື້ອມາລາເຣຍໄດ້ງ່າຍຂຶ້ນ

ການວິໄຈພົບວ່າ ການປ່ຽນແປງສະພາບອາກາດ ອາດເຮັດໃຫ້ຍຸງແພ່ເຊື້ອມາລາເຣຍໄດ້ງ່າຍຂຶ້ນ

ການວິໄຈຫລ້າສຸດເປີດເຜີຍວ່າ: ເມື່ອອຸນຫະພູມສູງຂຶ້ນ ສິ່ງມີຊີວິດໃນເຂດຮ້ອນຫລາຍຊະນິດ ລວມທັງຍຸງ ຈະອົບພະຍົບ ແລະ ເຄື່ອນຍ້າຍໄປບ່ອນຢູ່ອາໄສແຫ່ງໃໝ່ທີ່ໄກຈາກເສັ້ນສູນສູດໃນທະວີບອາຟຣິກາເພີ່ມຂຶ້ນ. ໂດຍຂໍ້ມູນຈາກທີມວິໄຈຂອງມະຫາວິທະຍາໄລຈອດທາວ ນັບແຕ່ປີ 1898 ພົບວ່າ: ຍຸງທີ່ເປັນພາຫະຂອງເຊື້ອມາລາເຣຍໄດ້ເຄື່ອນຍ້າຍອອກຫ່າງຈາກເສັ້ນສູນສູດຂອງໂລກໂດຍສະເລ່ຍແລ້ວປະມານ 4,7 ກິໂລແມັດຕໍ່ປີໃນໄລຍະທົດສະວັດຜ່ານມາ ເຊິ່ງອາດມີສ່ວນເຮັດໃຫ້ເຊື້ອພະຍາດມາລາເຣຍສາມາດແພ່ກະຈາຍໄປພື້ນທີ່ອື່ນໆທົ່ວໂລກໄດ້ງ່າຍຂຶ້ນ. ທ່ານ ຄໍລິນ ຄາລສັນ ນັກຊີວະວິທະຍາແຫ່ງຈອນທາວ ແລະ…

ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%

ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%

ສໍານັກງານຄະນະລັດຖະມົນຕີຍີ່ປຸ່ນລາຍງານວ່າ: ເສດຖະກິດຂອງປະເທດເຕີບໃຫຍ່ 1,1% ໃນປີ 2022 ເຊິ່ງຫລຸດລົງເມື່ອທຽບໃສ່ປີ 2021 ທີ່ເຕີບໃຫຍ່ 2,1% ໂດຍມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ທີ່ແທ້ຈິງມີປະມານ 546 ພັນຕື້ເຢນ. ລາຍງານລະບຸວ່າ: ອຸປະສົງພາກເອກະຊົນເພີ່ມຂຶ້ນ 2,4%, ການບໍລິໂພກໃນຄອບຄົວເພີ່ມຂຶ້ນ 2,2% ແລະ…

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ວັນທີ 15 ກຸມພາ 2023, ທີ່ ທຳນຽບປະທານາທິບໍດີ, ນະຄອນຫລວງ ນິວແດນລີ, ສາທາລະນະລັດ ອິນເດຍ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ດຣໍປາດີ ມູມູ (Doupadi Murmu),…

ອາເຊນອລ ຖືກເອຟເອສັ່ງສອບສວນກໍລະນີ ແຟນບານຂວ້າງສິ່ງຂອງໃສ່ ເຄວິນ ເດິບຣອຍ

ອາເຊນອລ ຖືກເອຟເອສັ່ງສອບສວນກໍລະນີ ແຟນບານຂວ້າງສິ່ງຂອງໃສ່ ເຄວິນ ເດິບຣອຍ

ອາເຊນອລ ຖືກ ເອຟເອ ສັ່ງສອບສວນກໍລະນີແຟນບານຂວ້າງບານໃສ່ ເຄວິນ ເດິບຣອຍ ກອງກາງແມນເຊສເຕີ ຊິຕີ ລະຫວ່າງ ເກມໃຫຍ່ທີ່ ສະໜາມ ເອມິເຣສ ແລ້ວ. ສະມາຄົມບານເຕະອັງກິດ (FA) ສັ່ງໃຫ້ມີການສອບສວນເຫດການທີ່ແຟນບານຂອງອາເຊນອລ ລະດົມຂວ້າງສິ່ງຂອງໃສ່ ເຄວິນ ເດິ ບຣອຍ…

ຈີນປະກາດໄຊຊະນະໃນການຕໍ່ສູ້ໂຄວິດ ຫລັງຈໍານວນຜູ້ເສຍຊີວິດຫລຸດລົງ

ຈີນປະກາດໄຊຊະນະໃນການຕໍ່ສູ້ໂຄວິດ ຫລັງຈໍານວນຜູ້ເສຍຊີວິດຫລຸດລົງ

ຄະນະກໍາມະການຖາວອນປະຈໍາກົມການເມືອງແຫ່ງພັກກອມມູນິດຈີນ ປະກາດໃນວັນທີ 16 ກຸມພາວ່າ: ຈີນບັນລຸເປົ້າໝາຍການເອົາຊະນະໂຄວິດ-19 ຂັ້ນເດັດຂາດ ຫລັງຈໍານວນຜູ້ເສຍຊີວິດຫລຸດລົງຫລາຍ. ສະຖານີໂທລະພາບທາງການຂອງຈີນລາຍງານວ່າ: ຄະນະກໍາມະການຖາວອນປະຈໍາກົມການເມືອງແຫ່ງພັກກອມມູນິດຈີນລະບຸໃນກອງປະຊຸມວ່າ: ການຕັດສິນໃຈທີ່ເດັດຂາດ, ການໃຊ້ນະໂຍບາຍ ແລະ ການປັບແຜນຄຸມໂຄວິດ-19 ຂອງພັກກອມມູນິດຈີນນັບແຕ່ເດືອນພະຈິກ “ເປັນສິ່ງທີ່ຖືກຕ້ອງ” ແລະ ປະຊາຊົນຈະເຫັນພ້ອມຕໍ່ຂໍ້ສະຫລຸບນີ້. ລາຍງານລະບຸວ່າ: ສະຖານະການໂຄວິດ-19 ຂອງຈີນດີຂຶ້ນ…

ນໍ້າໃສໄຟສະຫວ່າງທາງດີ ເປັນບໍ່ເກີດຂອງຄວາມຈະເລີນ

ນໍ້າໃສໄຟສະຫວ່າງທາງດີ ເປັນບໍ່ເກີດຂອງຄວາມຈະເລີນ

ໂດຍ: ທິດກໍ່າ ໃນຍຸກປັດຈຸບັນ ເວົ້າໄດ້ວ່າ ສປປ ລາວຂອງພວກເຮົາ ແມ່ນໄດ້ຮັບການສ້າງສາພັດທະນາຢ່າງຮອບດ້ານ. ສິ່ງທີ່ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງປະຈັກຕາກໍມີຫລາຍໆດ້ານ ນັບແຕ່ການສ້າງຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ໂຮງຈັກ, ໂຮງງານ, ໂຮງໝໍ, ໂຮງຮຽນ, ສະຖາບັນການສຶກສາ ນັບທັງພາກລັດ ແລະ ເອກະຊົນ, ຕຶກອາຄານຫ້າງຮ້ານ,…

ເຈົ້າໜ້າທີ່ໄທ ພົບປ້າຍທະບຽນລົດຈຳນວນຫລາຍຢູ່ ຊາຍແດນໄທ-ລາວ ຄາດວ່າເປັນການລັກລອບສົ່ງອອກລົດແບບຜິດກົດໝາຍ

ເຈົ້າໜ້າທີ່ໄທ ພົບປ້າຍທະບຽນລົດຈຳນວນຫລາຍຢູ່ ຊາຍແດນໄທ-ລາວ ຄາດວ່າເປັນການລັກລອບສົ່ງອອກລົດແບບຜິດກົດໝາຍ

ສຳນັກຂ່າວ ThaiPBS ລາຍງານວັນທີ 14 ກຸມພາ ຜ່ານມາວ່າ: ເຈົ້າໜ້າທີ່ຮັກສາຄວາມປອດໄພ ຈັງຫວັດອຸດຕະຣະດິດ ພົບປ້າຍທະບຽນລົດໃຫຍ່ ແລະ ລົດຈັກຈຳນວນຫລາຍຖືກຖິ້ມຢູ່ບໍລິເວນ ຊາຍແດນໄທ-ລາວ (ຕຳບົນບໍ່ເບ້ຍ ອຳເພີບ້ານໂຄກ-ເມືອງທົ່ງມີໄຊ ແຂວງໄຊຍະບູລີ) ເຈົ້າໜ້າທີ່ສັນນິຖານວ່າ ອາດເປັນການລັກລອບນຳລົດຂ້າມແດນ  ຄາດວ່າມີລົດໃຫຍ່ ທີ່ຖືກລັກລອບນຳອອກນອກປະເທດໄປແລ້ວກວ່າ 700…

ສີລັງກາຂຶ້ນຄ່າໄຟຟ້າ 66% ຫວັງຈູງໃຈ IMF ປ່ອຍເງິນກູ້ງວດໃໝ່

ສີລັງກາຂຶ້ນຄ່າໄຟຟ້າ 66% ຫວັງຈູງໃຈ IMF ປ່ອຍເງິນກູ້ງວດໃໝ່

ລັດຖະບານສີລັງກາຂຶ້ນຄ່າໄຟຟ້າອີກ ໃນອັດຕາ 66% ເພື່ອຫວັງເພີ່ມຄວາມເພິ່ງພໍໃຈໃຫ້ກອງທຶນການເງິນສາກົນໃນການອະນຸມັດສິນເຊື່ອງວດໃໝ່. ວັນທີ 16 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງພະລັງງານຂອງສີລັງກາອອກຖະແຫລງການ ເລື່ອງການປັບຂຶ້ນຄ່າໄຟຟ້າໃນອັດຕາ 66% ໂດຍບໍ່ໄດ້ລະບຸຢ່າງຈະແຈ້ງກ່ຽວກັບເພດານລາຄາ ແລະ ການກໍານົດໄລຍະລາຄາ, ແຕ່ມີການສະແດງຄວາມຫວັງວ່າ: ຈະສາມາດຫລຸດລາຄາຄ່າໄຟຟ້າລົງໄດ້ ເມື່ອຮອດກໍານົດການປະເມີນສະຖານະການຄັ້ງຕໍ່ໄປໃນເດືອນກໍລະກົດຈະເຖິງນີ້. ສີລັງກາ ເຊິ່ງກໍາລັງປະສົບວິກິດເສດຖະກິດຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດ ປັບຂຶ້ນຄ່າໄຟຟ້າເປັນຄັ້ງທໍາອິດໃນຮອບ…

ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ

ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ

ນັກສໍາຫລວດຊາຍຊາວຈີນ ສ້າງສະຖິຕິໃໝ່ໃນການຍ່າງຂ້າມໜຶ່ງໃນທະເລຊາຍກວ້າງໃຫຍ່ທີ່ສຸດໃນໂລກ ໂດຍໃຊ້ເວລາປະມານ 2 ເດືອນ. ວັນທີ 16 ກຸມພາ ສໍານັກຂ່າວຊິນຮົວລາຍງານວ່າ: ເມື່ອບໍ່ດົນມານີ້, ທ້າວ ເຢເສິນກວາງ ຊາຍນັກສໍາຫລວດຊາວຈີນ ປະສົບຜົນສໍາເລັດໃນການຍ່າງຂ້າມທະເລຊາຍທາກລາມາກັນ ເຊິ່ງເປັນທະເລຊາຍເຄື່ອນທີ່ຂະໜາດໃຫຍ່ອັນດັບ 2 ຂອງໂລກ ດ້ວຍໄລຍະທາງ 1.220 ກິໂລແມັດ…

ຮ່າໂນ້ຍຕັ້ງເປົ້າຫລຸດຈໍານວນຄອບຄົວ ມີລູກຫລາຍກວ່າ 3 ຄົນ

ຮ່າໂນ້ຍຕັ້ງເປົ້າຫລຸດຈໍານວນຄອບຄົວ ມີລູກຫລາຍກວ່າ 3 ຄົນ

ສໍານັກງານສຸຂະພາບນະຄອນຫລວງຮ່າໂນ້ຍຂອງຫວຽດນາມ ເປີດເຜີຍວ່າ: ຮ່າໂນ້ຍໄດ້ກໍານົດເປົ້າໝາຍຫລຸດຈໍານວນຄອບຄົວທີ່ມີລູກຫລາຍກວ່າ 3 ຄົນ. ຂະນະທີ່ຈໍານວນປະຊາກອນໃນເມືອງເພີ່ມສູງເຖິງ 8 ລ້ານຄົນ ສູງເຖິງ 8,4 ລ້ານຄົນ ຫລື 8,4% ຂອງປະຊາກອນທົ່ວປະເທດ ນັບຮອດປີ 2022. ວັນທີ 15 ກຸມພາ, ໜັງສືພິມຫວຽດນາມ…