ຟີລິບປິນເຕືອນປະຊາຊົນລະວັງພະຍາດຍ່ຽວໜູ ຫລັງພົບຜູ້ຕິດເຊື້ອເພີ່ມເກີນ 3,000 ຄົນຈາກນໍ້າຖ້ວມ-ຝົນຕົກໜັກ
ກະຊວງສາທາລະນະສຸກຟີລິບປິນ (DOH) ອອກມາຮຽກຮ້ອງໃຫ້ປະຊາຊົນເພີ່ມຄວາມລະມັດລະວັງຕໍ່ການລະບາດຂອງພະຍາດຍ່ຽວໜູ (Leptospirosis) ທີ່ເພີ່ມສູງຂຶ້ນໃນໄລຍະມໍ່ໆນີ້ ເປັນຜົນມາຈາກຝົນຕົກໜັກ ແລະ ນໍ້າຖ້ວມ ເຊິ່ງເກີດຈາກພາຍຸໝູນເຂດຮ້ອນ ແລະ ມໍລະສຸມຕາເວັນຕົກສຽງໃຕ້. DOH ເຕືອນຜ່ານໂຊຊຽວມີເດຍວ່າ: ພະຍາດນີ້ອາດເຖິງຂັ້ນເສຍຊີວິດໄດ້ ພ້ອມຂໍໃຫ້ປະຊາຊົນຟ້າວໄປພົບແພດຖ້າມີອາການຜິດປົກກະຕິ ໂດຍສະເພາະຜູ້ທີ່ຍ່າງລຸຍນໍ້າຖ້ວມ. ນັບແຕ່ວັນທີ…










