ທີມຊາດລາວ U-17 ເລີ່ມເກັບຕົວເຝິກຊ້ອມ ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະ AFC U17 Asian Cup 2026 ຮອບຄັດເລືອກ

———————–

23 ກັນຍາ 2025 : ທ່ານ ຈອງ ຊອງ ຊົນ (Jong Song-chon), ຫົວໜ້າຄູຝຶກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ (U-17), ໄດ້ເລີ່ມເກັບຕົວນັກກິລາຈຳນວນ 42 ຄົນ ເຂົ້າຝຶກຊ້ອມທີ່ສູນຝຶກບານເຕະ ຈຳປີ-ຈຳປາ (ຫຼັກ 16). ນີ້ຄືຂັ້ນຕອນສຳຄັນໃນການຄັດເລືອກນັກກິລາຊຸດສຸດທ້າຍ ເພື່ອກຽມຄວາມພ້ອມສຳລັບການແຂ່ງຂັນບານເຕະຊີງແຊ້ມອາຊີ ປີ 2026 ຮອບຄັດເລືອກ (AFC U17 Asian Cup Saudi Arabia 2026 Qualifiers) ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກນີ້.

ການເກັບຕົວຝຶກຊ້ອມຮອບທຳອິດນີ້ຈະເລີ່ມຕັ້ງແຕ່ວັນທີ 17-26 ກັນຍາ 2025. ເພື່ອຄັດເອົານັກກິລາທີ່ດີເດັ່ນ ເຂົ້າເກັບໂຕຮອບທີ 2 ຕໍ່ໄປ ສຳລັບນັກກິລາທີ່ຖືກເອີ້ນເຂົ້າຮ່ວມ 42 ຄົນນີ້ສ່ວນຫລາຍແມ່ນມາຈາກສະໂມສອນຕ່າງໆທີ່ໄດ້ເຂົ້າຮ່ວມການແຂ່ງຂັນບານເຕະ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2025 ທີ່ຜ່ານມາ.

ສຳລັບທີມຊາດລາວ U-17 ຖືກຈັບສະຫຼາກຢູ່ໃນ ກຸ່ມ B ຮ່ວມກັບ ເຢເມນ, ກຽກກິດສະຖານ (ເຈົ້າພາບ), ກຳປູເຈຍ, ກວມ ແລະ ປາກິດສະຖານ. ການແຂ່ງຂັນຮອບຄັດເລືອກຈະຄັດເອົາພຽງທີມອັນດັບ 1 ຂອງແຕ່ລະກຸ່ມເທົ່ານັ້ນ ເຊິ່ງມີທັງໝົດ 7 ກຸ່ມ (A-G) ເພື່ອເຂົ້າສູ່ຮອບສຸດທ້າຍ  ທີ່ມີ 9 ທີມທີ່ໄດ້ສິດເຂົ້າຮອບສຸດທ້າຍໄປກ່ອນໜ້ານີ້ ເຊິ່ງປະກອບມີ: ຊາອຸດິດ ອາຣັບເບຍ (ເຈົ້າພາບ) ທັງເປັນຮອງແຊ້ມເກົ່າ, ກາຕ້າ ເຈົ້າພາບບານໂລກ U-17, ອຸດສະເບກິດສະຖານ ແຊັມເກົ່າ, ສ ເກົາຫຼີ ກັບ ສປປ ເກົາຫຼີ (ເຂົ້າຮອບ 4 ທີມຄັ້ງທີ່ຜ່ານມາ ), ສ່ວນອີກ 4 ທີມປະກອບມີ ຍີ່ປຸ່ນ, ທາຈິດກິດສະຖານ, ສະຫະລັດອາຣັບ ເອມິເຣດ ແລະ ອິນໂດເນເຊຍ ( ເຂົ້າຮອບ 8 ທີມສຸດທ້າຍໃນຄັ້ງທີ່ຜ່ານມາ ).

ສ່ວນຕາຕະລາງການແຂ່ງຂັນຂອງທີມຊາດລາວ U-17 ມີດັ່ງນີ້:

  • ວັນທີ 22/11/2025 ເວລາ 16:00: ລາວ ພົບ ກວມ
  • ວັນທີ 24/11/2025 ເວລາ 16:00: ລາວ ພົບ ກຳປູເຈຍ
  • ວັນທີ 26/11/2025 ເວລາ 16:00: ປາກິດສະຖານ ພົບ ລາວ
  • ວັນທີ 28/11/2025 ເວລາ 20:00: ລາວ ພົບ ກຽກກິດສະຖານ
  • ວັນທີ 30/11/2025 ເວລາ 20:00: ເຢເມນ ພົບ ລາວ

ທີ່ມາ: ຂ່າວ ສຕລ

_______@________

ຂ່າວອື່ນໆ >> www.laophattananews.com

Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw

Twitter: https://X.com/laophattana

Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17

Tiktok: https://www.tiktok.com/@laophattananews

ສົນໃຈລົງໂຄສະນາໂທ: 020 9999 7139

ຕິດຕໍ່ຫານັກຂ່າວໂທ: 020 2345 0088