ອັງກິດກຽມຮັບຮອງລັດປາແລັສຕິນ ຖ້າອິດສະລາແອນບໍ່ຕົກລົງຢຸດຍິງຢູ່ກາຊາ

           ທ່ານ ເຄີຍ ສຕາຣເມີ ນາຍົກລັດຖະມົນຕີອັງກິດ ປະກາດແຜນກຽມຮັບຮອງລັດປາແລັສຕິນໃນເດືອນກັນຍານີ້ ຖ້າອິດສະລາແອນບໍ່ຕົກລົງຢຸດຍິງຢູ່ກາຊາ ເຊິ່ງທ່ານ ສຕາຣເມີ ຊີ້ວ່າ: ການຮັບຮອງສະຖານະດັ່ງກ່າວເປັນສ່ວນໜຶ່ງຂອງຂະບວນການສັນຕິພາບທີ່ເໝາະສົມໃນໄລຍະເວລາທີ່ຈະສ້າງອິດທິພົນສູງສຸດຕໍ່ແນວທາງສອງລັດ (Two-State Solution).

             ຜູ້ນໍາລັດຖະບານອັງກິດຢືນຢັນວ່າ: ອັງກິດຈະຮັບຮອງລັດປາແລັສຕິນໃນເດືອນກັນຍານີ້ ໃນເວທີກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ເພື່ອຢຸດສະຖານະການທີ່ຮ້າຍແຮງຢູ່ກາຊາ ທັງຕົກລົງຢຸດຍິງ ແລະ ໃຫ້ຄໍາໝັ້ນຕໍ່ສັນຕິພາບໄລຍະຍາວທີ່ຍືນຍົງ ເຊິ່ງຈະຟື້ນຟູໂອກາດຂອງການແກ້ໄຂບັນຫາແບບສອງລັດ.

             ທ່ານ ສຕາຣເມີ ໄດ້ປະກາດເລື່ອງນີ້ ໜຶ່ງວັນຫລັງຈາກທ່ານກ່າວວ່າປະຊາຊົນຊາວອັງກິດຮູ້ສຶກສະເທືອນໃຈຕໍ່ປະຊາຊົນໃນກາຊາທີ່ກໍາລັງຂາດເຂີນອາຫານ. ທ່ານຍັງໄດ້ກໍານົດເງື່ອນໄຂໃຫ້ອິດສະລາແອນອະນຸຍາດໃຫ້ອົງການສະຫະປະຊາຊາດເລີ່ມສົ່ງການຊ່ວຍເຫລືອໃນກາຊາອີກ ລວມທັງຮັບປະກັນວ່າເຂດເວສແບງຈະຖືກຄອບຄອງຈະບໍ່ຖືກອິດສະລາແອນຮຸກຮານໃນອະນາຄົດ.

              ເຖິງຢ່າງໃດກໍຕາມ, ທ່ານ ສຕາຣເມີ ຍັງລຸເງື່ອນໄຂທີ່ຈະມີຜົນບັງຄັບໃຊ້ຕໍ່ກຸ່ມຮາມັດເຊັ່ນກັນ ໂດຍກຸ່ມຮາມັດຈະຕ້ອງຕົກລົງຈະຢຸດຍິງເຊັ່ນດຽວກັນ ລວມທັງປ່ອຍຕົວປະກັນທັງໝົດທີ່ຍັງຢູ່ໃນກາຊາ. ພ້ອມຕ້ອງຍອມຮັບວ່າ: ກຸ່ມຮາມັດຈະບໍ່ມີບົດບາດນໍາໃນການປົກຄອງເຂດກາຊາ ແລະ ຕ້ອງປົດອາວຸດໂດຍສົມບູນ.

             ສ່ວນທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ລະບຸວ່າ: ການຕັດສິນໃຈຂອງທ່ານ ສຕາຣເມີ ຄື “ການໃຫ້ລາງວັນ” ແກ່ການກໍ່ການຮ້າຍອັນໂຫດຫ້ຽມຂອງຮາມັດ.

            ປັດຈຸບັນມີຢ່າງໜ້ອຍ 147 ຈາກທັງໝົດ 193 ປະເທດທີ່ຮັບຮອງປາແລັສຕິນໃນຖານະລັດອະທິປະໄຕ ໂດຍນອກຈາກອັງກິດແລ້ວ, ຝຣັ່ງ ແລະ ມອນຕາກໍກຽມຮັບຮອງສະຖານະການເປັນລັດຂອງປາແລັສຕິນໃນເດືອນກັນຍານີ້ເຊັ່ນກັນ.

            ຂະນະທີ່ອາເມລິກາເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ພຽງປະເທດດຽວທີ່ຍົກຄັດຄ້ານການຮັບປາແລັສຕິນເຂົ້າເປັນສະມາຊິກສະຫະປະຊາຊາດ ໃນຕົ້ນປີ 2024.

ອ້າງອີງ: