ທ່ານ ອັນວາ ກ່າວ ທ່ານ ທຣໍາ ກຽມເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາອາຊຽນທ້າຍປີນີ້ຢູ່ມາເລເຊຍ

               ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໃນຖານະປະທານອາຊຽນ 2025 ເປີດເຜີຍວ່າ: ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ກຽມເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາອາຊຽນ (ASEAN Summit) ຄັ້ງທີ 47 ເຊິ່ງຈະຈັດຂຶ້ນໃນທ້າຍປີນີ້ຢູ່ປະເທດມາເລເຊຍ ຫລັງຈາກລັດຖະບານທ່ານ ອັນວາ ໄດ້ສົ່ງຄໍາເຊີນທ່ານ ທຣໍາ ຢ່າງເປັນທາງການຜ່ານທ່ານ ມາຣໂກ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ໃນຕົ້ນເດືອນກໍລະກົດຜ່ານມາ.

              ການສົນທະນາທາງໂທລະສັບລະຫວ່າງທ່ານ ອັນວາ ກັບທ່ານ ທຣໍາ ໃນວັນທີ 31 ກໍລະກົດ, ທ່ານ ທຣໍາ ໄດ້ກ່າວສະແດງຄວາມຍ້ອງຍໍຕໍ່ບົດບາດຂອງມາເລເຊຍໃນການຊ່ວຍແກ້ໄຂຄວາມຂັດແຍ່ງລະຫວ່າງ ໄທ ແລະ ກໍາປູເຈຍ ລວມທັງຍັງເຈລະຈາເຖິງບັນຫາການຄ້າ ໂດຍສະເພາະເລື່ອງອັດຕາພາສີນໍາເຂົ້າສິນຄ້າຂອງອາເມລິກາຕໍ່ມາເລເຊຍ ແລະ ການເຈລະຈາທີ່ກໍາລັງດໍາເນີນຢູ່ລະຫວ່າງກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກໍາຂອງມາເລເຊຍ ກັບຜູ້ແທນການຄ້າອາເມລິກາ ແລະ ລັດຖະມົນຕີວ່າການກະຊວງການຄ້າອາເມລິກາ ເຊິ່ງຄາດວ່າອາເມລິກາຈະປະກາດອັດຕາພາສີນໍາເຂົ້າໃໝ່ຂອງມາເລເຊຍໃນວັນທີ 1 ສິງຫານີ້.

                 ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຄັ້ງທີ 13 ຈະຈັດຄຽງຄູ່ໄປກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ຢູ່ມາເລເຊຍໃນເດືອນຕຸລານີ້ ໂດຍຖືເປັນຄັ້ງທໍາອິດໃນຮອບຫລາຍປີທີ່ປະທານາທິບໍດີອາເມລິກາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢ່າງເປັນທາງການ.

ອ້າງອີງ: