ທ່ານ ອັນວາ ເນັ້ນວ່າ ອາຊຽນຕ້ອງເປັນກາງ ໄທ-ກໍາປູເຈຍ ມາເລເຊຍຈະໄກ່ເກ່ຍຈົນກວ່າບັນຫາຈົບ
ຜູ້ນໍາມາເລເຊຍຢືນຢັນ ການປະຕິບັດໜ້າທີ່ຜູ້ໄກ່ເກ່ຍກໍລະນີຂັດແຍ່ງ ໄທ-ກໍາປູເຈຍ ຈົນກວ່າຂໍ້ຂັດແຍ່ງທັງໝົດຈະໄດ້ຮັບການແກ້ໄຂ ແລະ ເນັ້ນຈຸດຢືນຂອງອາຊຽນ “ຕ້ອງເປັນກາງ” ໃນເລື່ອງນີ້. ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ຜູ້ນໍາມາເລເຊຍ ກ່າວຕໍ່ກອງປະຊຸມສະພາມາເລເຊຍ ໃນນະຄອນຫລວງກົວລາລໍາເປີ ໃນວັນທີ 5 ສິງຫາຜ່ານມາວ່າ: ມາເລເຊຍຈະຍັງປະຕິບັດໜ້າທີ່ຄົນກາງໃຫ້ການເຈລະຈາລະຫວ່າງໄທກັບກໍາປູເຈຍຈົນກວ່າຂໍ້ຂັດແຍ່ງທັງໝົດຈະໄດ້ຮັບການແກ້ໄຂຢ່າງສົມບູນ,…










