4 ປະເທດຕາເວັນຕົກປະກາດຮັບຮອງລັດປາແລັສຕິນ ສະທ້ອນຄວາມບໍ່ພໍໃຈສົງຄາມກາຊາ, ອິດສະລາແອນປະນາມໃຫ້ລາງວັນກຸ່ມກໍ່ການຮ້າຍ
ອັງກິດ, ການາດາ, ອົດສະຕຣາລີ ແລະ ປ໋ອກຕຸຍການ ພາກັນປະກາດຮັບຮອງລັດປາແລັສຕິນໃນວັນທີ 21 ກັນຍາ ໂດຍຖືເປັນການສະທ້ອນຄວາມບໍ່ພໍໃຈຕໍ່ການເຮັດສົງຄາມຂອງອິດສະລາແອນໃນເຂດກາຊາ ແລະ ມຸ່ງຫວັງຈະສົ່ງເສີມແນວທາງແກ້ໄຂບັນຫາແບບສອງລັດ (Two State Solution).
ການຕັດສິນໃຈຂອງ 4 ປະເທດຕາເວັນຕົກ ເຊິ່ງຜ່ານມາເປັນພັນທະມິດກັບອິດສະລາແອນ ສອດຄ່ອງກັບທ່າທີຂອງອີກ 140 ກວ່າປະເທດທີ່ສະໜັບສະໜູນການຮັບຮອງຄວາມເປັນລັດຂອງປາແລັສຕິນ.
ໂດຍການຕັດສິນໃຈຂອງອັງກິດມີຄວາມໝາຍຢ່າງຍິ່ງໃນທາງສັນຍາລັກ ເນື່ອງຈາກອັງກິດມີບົດບາດສໍາຄັນໃນການສ້າງອິດສະລາແອນໃຫ້ເປັນປະເທດທັນສະໄໝໃໝ່ຫລັງສົງຄາມໂລກຄັ້ງທີ 2.
ທັງນີ້, ຄາດວ່າປະເທດອື່ນໆ ລວມທັງຝຣັ່ງ ຈະປະກາດຮັບຮອງລັດປາແລັສຕິນຢ່າງເປັນທາງການລະຫວ່າງກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ຢູ່ນະຄອນນິວຢ໋ອກ ໃນອາທິດນີ້.
ອ້າງອີງ:

