ອາເມລິກາ-ຣັດເຊຍເຄັ່ງຕຶງ ທ່ານ ທຣໍາ ສັ່ງເຮືອດໍານໍ້ານິວເຄຼຍເຂົ້າໃກ້ຣັດເຊຍ

               ປະທານາທິບໍດີ ໂດນັລ ທຣໍາ ໂພສຂໍ້ຄວາມໃນ Truth Social ລະບຸວ່າ: ທ່ານໄດ້ສັ່ງໃຫ້ເຮືອດໍານໍ້ານິວເຄຼຍຂອງອາເມລິກາຈໍານວນ 2 ລໍາເຂົ້າປະຈໍາການໃກ້ຣັດເຊຍ ເພື່ອຕອບໂຕ້ການຢົ່ວຢຸຂອງທ່ານ ດາມິທຣີ ເມກເວເດບ ຮອງປະທານສະພາຄວາມໝັ້ນຄົງຣັດເຊຍ ເຊິ່ງກ່າວວ່າ: ປະທານາທິບໍດີ ທຣໍາ ຄວນເນັ້ນໜັກວ່າ ຣັດເຊຍມີຄວາມສາມາດໃນການໂຈມຕີດ້ວຍອາວຸດນິວເຄຼຍ.

                “ຈາກຄໍາກ່າວຢົ່ວຢຸຢ່າງຮຸນແຮງຂອງອະດີດປະທານາທິບໍດີຣັດເຊຍ ດາມິທຣີ ເມດເວເດບ ເຊິ່ງປັດຈຸບັນດໍາລົງຕໍາແໜ່ງຮອງປະທານສະພາຄວາມໝັ້ນຄົງແຫ່ງສະຫະພັນລັດຣັດເຊຍ ຂ້າພະເຈົ້າໄດ້ສັ່ງໃຫ້ເຮືອດໍານໍ້ານິວເຄຼຍສອງລໍາໄປປະຈໍາການໃນພື້ນທີ່ທີ່ເໝາະສົມ ເພື່ອຮັບມືໃນກໍລະນີທີ່ຄໍາເວົ້າທີ່ຢົ່ວຢຸເຫລົ່ານັ້ນ ອາດຈະບໍ່ເປັນພຽງຄໍາເວົ້າເທົ່ານັ້ນ”. “ຄໍາເວົ້າມີຄວາມສໍາຄັນຫລາຍ ແລະ ອາດນໍາໄປສູ່ຜົນໄດ້ຮັບທີ່ບໍ່ຕັ້ງໃຈ, ຂ້າພະເຈົ້າຫວັງວ່າເຫດການຄັ້ງນີ້ຈະບໍ່ເປັນໜຶ່ງໃນກໍລະນີເຫລົ່ານັ້ນ, ຂອບໃຈສໍາລັບຄວາມສົນໃຈເລື່ອງນີ້”. ປະທານາທິບໍດີ ທຣໍາ ລະບຸ.