IMF ເພີ່ມຄາດຄະເນເສດຖະກິດມາເລເຊຍປີ 2025 ແລະ 2026

            ກອງທຶນການເງິນສາກົນ (IMF) ໄດ້ປັບຂຶ້ນຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງມາເລເຊຍໃນປີ 2025 ແລະ 2026.

           IMF ລະບຸໃນລາຍງານທ່າອ່ຽງເສດຖະກິດໂລກ (World Economic Outlook) ວ່າ: ລວມຍອດຜະລິດຕະພັນພາຍໃນທີ່ແທ້ຈິງ (Real GDP) ຂອງມາເລເຊຍໃນປີ 2025 ແລະ 2026 ອາດຈະຂະຫຍາຍຕົວ 4.5% ແລະ 4% ຕາມລໍາດັບ.

           ສໍານັກຂ່າວຊິນຮົວລາຍງານວ່າ: ຕົວເລກດັ່ງກ່າວເພີ່ມຂຶ້ນ 0.4 ຈຸດເປີເຊັນ ແລະ 0.2 ຈຸດເປີເຊັນ ຕາມລໍາດັບ ຈາກ IMF ເຄີຍຄາດຄະເນເອົາໄວ້ໃນເດືອນເມສາ.

           ທັງນີ້, ເສດຖະກິດມາເລເຊຍໃນປີ 2023 ແລະ 2024 ຂະຫຍາຍຕົວຂຶ້ນ 3.5% ແລະ 5.1% ຕາມລໍາດັບ.

           ທ່າອ່ຽງຂາຂຶ້ນນີ້ສອດຄ່ອງກັບຄາດຄະເນການເຕີບໃຫຍ່ທາງເສດຖະກິດທົ່ວໂລກໃນລະດັບທີ່ສູງຂຶ້ນຂອງ IMF.

           IMF ລະບຸວ່າ: ການເພີ່ມຕົວເລກຄາດຄະເນນີ້ “ສະທ້ອນເຖິງການກຽມພ້ອມຮັບມືພາສີອາກອນທີ່ແຂງແກ່ນກວ່າ ອັດຕາພາສີທີ່ມີຜົນບັງຄັບໃຊ້ໂດຍສະເລ່ຍຂອງອາເມລິກາ ທີ່ຕໍ່າກວ່າປະກາດໄວ້ໃນເດືອນເມສາ. ການພັດທະນາຖານະທາງການເງິນ ລວມທັງເງິນໂດລາທີ່ອ່ອນຄ່າ ແລະ ການຂະຫຍາຍຕົວທາງການເງິນໃນບາງເຂດ”.