ຝຣັ່ງ ແລະ ອີກຫລາຍປະເທດຕາເວັນຕົກ ປະກາດຮັບຮອງ “ລັດປາແລັສຕິນ” ຢ່າງເປັນທາງການ
ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ລວມທັງຜູ້ນໍາຈາກອີກຫລາຍປະເທດຕາເວັນຕົກ ບໍ່ວ່າຈະເປັນ ລຸກຊໍາບວກ, ມອນຕາ ແລະ ໂມນາໂກ ປະກາດຮັບຮອງສະຖານະລັດປາແລັສຕິນຢ່າງເປັນທາງການ. ຂະນະທີ່ຝຣັ່ງ ແລະ ຊາອຸດິອາຣະບີ ເປັນເຈົ້າພາບຮ່ວມໃນກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ຄັ້ງນີ້ຢູ່ມະຫານະຄອນນິວຢ໋ອກ.
ນອກຈາກນີ້, ຜູ້ນໍາຈາກອັນດໍຣາ ແລະ ແບນຊິກ ກໍປະກາດຈະຮັບຮອງສະຖານະ “ຄວາມເປັນລັດ” ຂອງປາແລັສຕິນໃນທາງກົດໝາຍ ກໍຕໍ່ເມື່ອຕົວປະກັນທັງໝົດໄດ້ຮັບການປ່ອຍຕົວ ແລະ ອົງການກໍ່ການຮ້າຍ ຄືຮາມັດ ຖືກກໍາຈັດໄປຈາກດິນແດນປາແລັສຕິນຢ່າງຍາວນານ.
ກ່ອນໜ້ານີ້ຜູ້ນໍາຈາກອົດສະຕຣາລີ, ການາດາ, ປ໋ອກຕຸຍການ ແລະ ອັງກິດ ກໍໄດ້ສະແດງຈຸດຢືນດັ່ງກ່າວ ເພື່ອສະໜັບສະໜູນ “ແນວທາງສອງລັດ” (Two State Solution) ໃນການແກ້ໄຂບັນຫາຄວາມຂັດແຍ່ງລະຫວ່າງອິດສະລາແອນ-ປາແລັສຕິນທີ່ມີມາຢ່າງຍາວນານ.
ປັດຈຸບັນ, ມີປະເທດສະມາຊິກສະຫະປະຊາຊາດຢ່າງໜ້ອຍ 155 ຈາກທັງໝົດ 193 ປະເທດ ປະກາດຮັບຮອງສະຖານະລັດປາແລັສຕິນແລ້ວ.
ທ່ານ ມາຄຣົງ ຊີ້ວ່າ: ເຖິງເວລາແລ້ວທີ່ພວກເຮົາຈະສະແດງຄວາມຮັບຜິດຊອບ ແລະ ເຮັດທຸກຢ່າງທີ່ເຮັດໄດ້ ເພື່ອຮັກສາຄວາມເປັນໄປໄດ້ຂອງແນວທາງແກ້ໄຂແບບສອງລັດ.
ການຮັບຮອງນີ້ເກີດຂຶ້ນໃນຂະນະທີ່ອິດສະລາແອນຍັງເດີນໜ້າເຮັດ “ສົງຄາມຂ້າລ້າງເຜົ່າພັນ” ຢູ່ເຂດກາຊາ ເຊິ່ງມີຊາວປາແລັສຕິນເສຍຊີວິດແລ້ວ 65,300 ກວ່າຄົນ ແລະ ພື້ນທີ່ດັ່ງກ່າວຖືກທໍາລາຍຈົນກາຍເປັນຊາກຫັກພັງ.
ສ່ວນທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ຢືນຢັນການສະໜັບສະໜູນແນວທາງສອງລັດ ໂດຍລະບຸວ່າ: ການມີສະຖານະລັດສໍາລັບຊາວປາແລັສຕິນເປັນ “ສິດ ບໍ່ແມ່ນລາງວັນ” ເຊິ່ງເປັນການປະຕິເສດຂໍ້ກ່າວອ້າງຂອງອາເມລິກາ ແລະ ອິດສະລາແອນທີ່ອ້າງວ່າ: “ການຮັບຮອງນີ້ຄື ລາງວັນສໍາລັບກຸ່ມຮາມັດ”.
ເຖິງວ່າອົງການສະຫະປະຊາຊາດສ່ວນຫລາຍຈະຮັບຮອງສະຖານະລັດປາແລັສຕິນແລ້ວ, ແຕ່ການເປັນສະມາຊິກສະຫະປະຊາຊາດຢ່າງເຕັມຮູບແບບຕ້ອງໄດ້ຮັບການສະໜັບສະໜູນຈາກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເຊິ່ງອາເມລິກາໄດ້ໃຊ້ສິດຢັບຢັ້ງ (Veto) ຂັດຂວາງປາແລັສຕິນມາໂດຍຕະຫລອດ.
ສ່ວນທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ຢືນຢັນວ່າ: ທ່ານຈະບໍ່ອະນຸຍາດໃຫ້ມີການຈັດຕັ້ງລັດປາແລັສຕິນຢ່າງເດັດຂາດ ເຊິ່ງນັ້ນອາດເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ອິດສະລາແອນ-ປາແລັສຕິນ ມີທ່າອ່ຽງເພີ່ມສູງຂຶ້ນອີກ.
ອ້າງອີງ:
- https://edition.cnn.com/2025/09/22/middleeast/france-palestine-state-recognition-united-nations-intl-latam
- https://www.aljazeera.com/news/2025/9/22/france-recognises-palestinian-state-ahead-of-the-unga-meeting
- https://www.rtbf.be/article/direct-guerre-au-proche-orient-quels-pays-s-appretent-a-reconnaitre-l-etat-palestinien-ce-lundi-11605109

