ຈີນປະກາດແຜນຫລຸດການປ່ອຍແກັສເຮືອນແກ້ວ 7-10% ໃນປີ 2035
ປະທານປະເທດ ສີຈິ້ນຜິງ ຜູ້ນໍາຈີນ ເປີດເຜີຍໃນກອງປະຊຸມສຸດຍອດຜູ້ນໍາດ້ານສະພາບອາກາດ ເຊິ່ງຈັດໂດຍທ່ານ ອັນໂຕນິໂອ ກູແຕເຣສ ເລຂາທິການສະຫະປະຊາຊາດ (UN) ໃນວັນທີ 24 ກັນຍາວ່າ: ພາຍໃນປີ 2035 ຈີນມີແຜນຈະຫລຸດການປ່ອຍແກັສເຮືອນແກ້ວລົງ 7-10% ຈາກລະດັບສູງສຸດ ກ່ອນກອງປະຊຸມສຸດຍອດດ້ານສະພາບອາກາດ COP30 ຢູ່ປະເທດເບຣຊິນ ໃນເດືອນພະຈິກ. ພ້ອມເຕືອນ “ບາງປະເທດ” ທີ່ເຄື່ອນໄຫວຕໍ່ຕ້ານການປ່ຽນຜ່ານພະລັງງານສະອາດລະດັບໂລກ.
ທ່ານ ສີຈິ້ນຜິງ ກ່າວອີກວ່າ: ພາຍໃນ 10 ປີ ຈີນມີແຜນຈະເພີ່ມກໍາລັງການຜະລິດພະລັງງານ ແລະ ແສງຕາເວັນຂຶ້ນອີກ 6 ເທົ່າ ຈາກລະດັບໃນປີ 2020 ລວມທັງເພີ່ມອັດຕາການຊົມໃຊ້ເຊື້ອໄຟທີ່ບໍ່ແມ່ນຟໍຊິວໃນປະເທດຂຶ້ນອີກກວ່າ 30%.
ຂະນະດຽວກັນ, ທ່ານໄດ້ຮຽກຮ້ອງບັນດາປະເທດພັດທະນາແລ້ວໃຫ້ກ້າວຂຶ້ນມາເປັນຜູ້ນໍາໃນການດໍາເນີນງານດ້ານສະພາບອາກາດຢ່າງແຂງແຮງ.
ທັງນີ້, ປະທານາທິບໍດີ ໂດນັລ ທຣໍາ ແຫ່ງອາເມລິກາ ກ່າວສູນທອນພົດເພື່ອໂຈມຕີການປ່ຽນແປງສະພາບອາກາດວ່າເປັນ “ເລື່ອງຂີ້ຕົວະ” ຕໍ່ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໃນວັນທີ 23 ກັນຍາ ແລະ ວິພາກວິຈານປະເທດສະມາຊິກ EU ແລະ ຈີນທີ່ນໍາເອົາເຕັກໂນໂລຊີພະລັງງານໝູນວຽນມາໃຊ້.
ທ່ານ ທຣໍາ ສັ່ງໃຫ້ອາເມລິກາຖອນຕົວຈາກຂໍ້ຕົກລົງປາຣີ ວ່າດ້ວຍສະພາບອາກາດທີ່ມີມາຍາວນານເປັນຄັ້ງທີ 2 ເຊິ່ງເປັນຂໍ້ຕົກລົງທີ່ມີເປົ້າໝາຍເພື່ອປ້ອງກັນບໍ່ໃຫ້ອຸນຫະພູມໂລກເພີ່ມຂຶ້ນເກີນ 1.5 ອົງສາ ຜ່ານແຜນສະພາບອາກາດແຫ່ງຊາດ ໂດຍອາເມລິກາເປັນປະເທດທີ່ປ່ອຍແກັສເຮືອນແກ້ວຫລາຍທີ່ສຸດໃນໂລກໃນອະດີດ ແລະ ເປັນອັນດັບສອງຂອງໂລກໃນປັດຈຸບັນ ຮອງຈາກຈີນ.

