ອັງກິດຈັບຜູ້ຊາຍທີ່ກ່ຽວຂ້ອງເຫດໂຈມຕີທາງໄຊເບີ ປັ່ນປ່ວນລະບົບເຊັກອິນຫລາຍສະໜາມບິນໃນເອີຣົບ
ສໍານັກງານອາດຊະຍາກອນແຫ່ງຊາດ (NCA) ຂອງອັງກິດ ເປີດເຜີຍວ່າ: ໄດ້ຈັບກຸມຜູ້ຊາຍອາຍຸ 40 ປີຄົນໜຶ່ງໃນຂໍ້ຫາກ່ຽວຂ້ອງກັບການໂຈມຕີທາງໄຊເບີທີ່ເຮັດໃຫ້ລະບົບເຊັກອິນອັດຕະໂນມັດຂອງສະໜາມບິນໃຫຍ່ຫລາຍແຫ່ງໃນເອີຣົບ ລວມທັງສະໜາມບິນຮີດໂທລົ້ມໃນອາທິດຜ່ານມາ.
ຜູ້ຊາຍຄົນດັ່ງກ່າວຖືກຈັບກຸມໄດ້ຢູ່ເຂດເວສຊັສເຊກ ຂອງອັງກິດ ໃນວັນທີ 23 ກັນຍາຜ່ານມາ ຖືກຄວບຄຸມໃນຂໍ້ຫາສົງໄສວ່າກະທໍາຄວາມຜິດໃນຂໍ້ຫາໃຊ້ຄອມພິວເຕີໃນທາງທີ່ຜິດ.
ຂະນະທີ່ຫົວໜ້າໜ່ວຍອາດຊະຍາກອນໄຊເບີແຫ່ງຊາດຂອງ NCA ລະບຸໃນຖະແຫລງການວ່າ: “ການສືບສວນເຫດການນີ້ຍັງຢູ່ໃນໄລຍະເລີ່ມຕົ້ນ ແລະ ຍັງດໍາເນີນຕໍ່ໄປ”.
ທັງນີ້, ການໂຈມຕີທາງໄຊເບີດັ່ງກ່າວເກີດຂຶ້ນໃນວັນທີ 19 ກັນຍາຜ່ານມາ ໂດຍບໍລິສັດການບິນ Collins Aerospace ຕົກເປັນເປົ້າໝາຍຂອງການໂຈມຕີ ເຊິ່ງເຮັດໃຫ້ເກີດຄວາມຂັດແຍ່ງຕໍ່ລະບົບເຊັກອິນຂຶ້ນເຮືອບິນ ແລະ ລະບົບກະເປົາໃນສະໜາມບິນຫລາຍແຫ່ງຂອງເອີຣົບ.
ໂດຍສະໜາມບິນໃນນະຄອນຫລວງບຣຸກເຊນຂອງແບນຊິກຕ້ອງປ່ຽນມາໃຊ້ iPad ແລະ ແລັບທັອບ ເພື່ອຮອງຮັບການເຊັກອິນຜູ້ໂດຍສານ. ຂະນະທີ່ຍັງມີບັນຫາການຢຸດສະງັກຂອງບາງຖ້ຽວບິນ, ສ່ວນສະໜາມບິນຮີດໂທກ່າວວ່າ: ຖ້ຽວບິນສ່ວນໃຫຍ່ກັບມາໃຫ້ບໍລິການໄດ້ຕາມປົກກະຕິແລ້ວ.
ຂະນະທີ່ສະໜາມບິນເບີລິນບຣັນເດິນບວກ ຍັງຜະເຊີນບັນຫາຂັດຂ້ອງຈົນເຮັດໃຫ້ການເຊັກອິນຂຶ້ນເຮືອບິນສ່ວນຫລາຍຕ້ອງດໍາເນີນດ້ວຍເຈົ້າໜ້າທີ່ ແລະ ໃຊ້ເວລາໃນການດໍາເນີນອ່າວຊັກຊ້າ. ຂະນະທີ່ມີການອອກ Boarding Pass ຫລື ບັດອະນຸຍາດໃຫ້ຜູ້ໂດຍສານຂຶ້ນເຮືອບິນທີ່ຂຽນດ້ວຍມືໃຫ້ຜູ້ໂດຍສານ ໂດຍການຍົກເລີກຖ້ຽວບິນອາດຈະຍັງເກີດຂຶ້ນອີກ ເຊິ່ງທາງສະໜາມບິນກໍາລັງເລັ່ງດໍາເນີນງານຫາຫົນທາງເພື່ອຫລຸດຜົນກະທົບຕໍ່ຜູ້ໂດຍສານ.
ອ້າງອີງ:

