ອາເມລິກາ ກຳນົດອັດຕາພາສີໃໝ່ 14 ປະເທດ ສິນຄ້ານຳເຂົ້າຈາກ ສປປ ລາວ ຖືກເກັບ 40%

ວັນທີ 7 ກໍລະກົດ 2025 ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ເຜີຍແຜ່ຈົດໝາຍແຈ້ງອັດຕາພາສີນຳເຂົ້າໃໝ່ ທີ່ສົ່ງໃຫ້ປະເທດຄູ່ຄ້າ 14 ປະເທດ, ໜຶ່ງໃນນັ້ນມີປະເທດລາວ ຖືກເກັບພາສີນຳເຂົ້າ 40%
ອັດຕາພາສີໃໝ່ທີ່ ທ່ານໂດນັລ ທຣຳ ໂພສ ຊຶ່ງຈະມີຜົນບັງຄັບໃຊ້ໃນວັນທີ 1 ສິງຫາ 2025 ເປັນຕົ້ນ ກັບ 14 ປະເທດ ດັ່ງນີ້:
- ສປປ ລາວ 40% ( ປັບຫລຸດລົງ 8% ຈາກເດີມ 48%)
- ມຽນມາ 40% (ປັບຫລຸດລົງ 4% ຈາກເດີມ 44% )
- ກຳປູເຈຍ 36% ( ປັບຫລຸດລົງ 13% ຈາກເດີມ 49%)
- ໄທ 36% ເທົ່າເດີມ
- ບັງກະລາເທດ 35% ( ປັບຫລຸດລົງ 2% ຈາກເດີມ 37%)
- ເຊີເບຍ 35% ( ປັບຫລຸດລົງ 2% ຈາກເດີມ 37%)
- ອິນໂດເນເຊຍ 32% ເທົ່າເດີມ
- ບອສເນຍແລເຮເຊໂກວິນາ 30% ( ປັບຫລຸດລົງ 5% ຈາກເດີມ 30%)
- ແອຟຣິກາໃຕ້ 30% ເທົ່າເດີມ
- ຍີ່ປຸ່ນ 25% ( ປັບຂຶ້ນ 1% ຈາກເດີມ 24%)
- ກາຊັດສະຖານ 25% ( ປັບຫລຸດລົງ 2% ຈາກເດີມ 27%)
- ມາເລເຊຍ 25% ( ປັບຂຶ້ນ 1% ຈາກເດີມ 24%)
- ສ.ເກົາຫລີ 25% ເທົ່າເດີມ
- ຕູນິເຊຍ 25% ( ປັບຫລຸດລົງ 3% ຈາກເດີມ 28%)

