ນາຍົກລັດຖະມົນຕີຈີນຮຽກຮ້ອງກຸ່ມ BRICS ຮ່ວມຕ້ານມາດຕະການກີດກັນການຄ້າ-ນໍາພາເສດຖະກິດໂລກສູ່ສະພາບປົກກະຕິ

           ທ່ານ ຫລີ່ ສຽງ ນາຍົກລັດຖະມົນຕີຈີນ ໄດ້ໂອ້ລົມກັບທ່ານ ເອັນໂກຊີ ໂອຄອນໂຈ-ອິເວຍລາ ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (WHO) ນອກຮອບກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ BRICS ໃນວັນທີ 7 ກໍລະກົດ ໂດຍທ່ານ ຫລີ່ ສຽງ ກ່າວວ່າ: ຈີນພ້ອມຈະເຮັດວຽກຮ່ວມກັບປະຊາຄົມໂລກເພື່ອນໍາພາເສດຖະກິດໂລກກັບສູ່ສະພາບປົກກະຕິໂດຍໄວທີ່ສຸດ.

           ສໍານັກຂ່າວຊິນຮົວລາຍງານວ່າ: ນາຍົກລັດຖະມົນຕີຈີນຮຽກຮ້ອງໃຫ້ທຸກຝ່າຍມຸ້ງໝັ້ນໃນການສ້າງເສດຖະກິດໂລກທີ່ເປີດກວ້າງ, ພ້ອມຮຽກຮ້ອງໃຫ້ເຫັນເຖິງຄວາມສໍາຄັນຂອງການຕໍ່ຕ້ານການໃຊ້ມາດຕະການຝ່າຍດຽວ ແລະ ການກີດກັນທາງການຄ້າ ໂດຍທ່ານກ່າວວ່າ: ການຄ້າໂລກໄດ້ຜະເຊີນການປ່ຽນແປງຢ່າງສໍາຄັນ ເນື່ອງຈາກການເພີ່ມຂຶ້ນຂອງການໃຊ້ມາດຕະການຝ່າຍດຽວ ແລະ ການກີດກັນທາງການຄ້າ ເຊິ່ງສົ່ງຜົນກະທົບຢ່າງຮຸນແຮງຕໍ່ລະບຽບເສດຖະກິດ ແລະ ການຄ້າສາກົນ ແລະ ເຮັດໃຫ້ເກີດຄວາມທ້າທາຍຕໍ່ເສດຖະກິດໂລກ ແລະ ການພັດທະນາຂອງບັນດາປະເທດ.

             ທ່ານ ຫລີ່ ສຽງ ລະບຸວ່າ: ພາຍໃຕ້ສະຖານະການນີ້ ປະຊາຄົມໂລກໄດ້ມີການຮຽກຮ້ອງເພີ່ມຂຶ້ນໃນການປົກປ້ອງລະບົບການຄ້າພະຫຸພາຄີ ແລະ ມີຄວາມຄາດຫວັງທີ່ເພີ່ມຂຶ້ນວ່າ WTO ຈະເຂົ້າມາມີບົດບາດໃນເລື່ອງນີ້ເພີ່ມຂຶ້ນ.

           ທ່ານ ຫລີ່ ສຽງ ກ່າວອີກວ່າ: ໂລພາພິວັດທາງເສດຖະກິດເປັນທິດທາງໃນປະຫວັດສາດທີ່ບໍ່ອາດຢ້ອນກັບໄດ້ ໂດຍຈີນຈະຍັງປະຕິບັດ ແລະ ປົກປ້ອງການຄ້າພະຫຸພາຄີ ແລະ ການຄ້າເສລີຢ່າງຕໍ່ເນື່ອງແບບທີ່ເຄີຍເປັນໄປ. ພ້ອມໃຫ້ການສະໜັບສະໜູນການປະຕິຮູບ ແລະ ການພັດທະນາຂອງ WTO ຢ່າງແຂງແຮງເພື່ອຟື້ນຟູອໍານາດໜ້າທີ່, ເລັ່ງປັບປຸງກົດການຄ້າ ແລະ ຊຸກຍູ້ໃຫ້ເກີດຜົນໄດ້ຮັບທີ່ເປັນຮູບປະທໍາເພີ່ມຂຶ້ນຈາກກອງປະຊຸມລັດຖະມົນຕີ WTO ຄັ້ງທີ 14.

           ນອກຈາກນີ້, ທ່ານ ຫລີ່ ສຽງ ກ່າວວ່າ: ຈີນມີຊັບພະຍາກອນ ແລະ ວິທີຈໍານວນຫລາຍໃນການຮັບມືຕໍ່ຜົນກະທົບພາຍນອກທີ່ບໍ່ປາດຖະໜາ ແລະ ມີຄວາມໝັ້ນໃຈ ແລະ ສາມາດສົ່ງເສີມການພັດທະນາເສດຖະກິດທີ່ໝັ້ນຄົງ ແລະ ເຂັ້ມແຂງໄດ້.