ມາເລເຊຍເດີນໜ້າຫາລືການຄ້າກັບອາເມລິກາ ຫລັງທ່ານ ທຣໍາ ຂູ່ເກັບພາສີເພີ່ມ 25%

ລັດຖະບານມາເລເຊຍປະກາດເດີນໜ້າຫາລືກັບອາເມລິກາຕໍ່ ເຖິງວ່າປະທານາທິບໍດີ ໂດນັລ ທຣໍາ ຂູ່ຈະເກັບພາສີນໍາເຂົ້າສິນຄ້າຈາກມາເລເຊຍໃນອັດຕາໃໝ່ 25% ຈາກ 24% ຖ້າທັງສອງຝ່າຍບໍ່ສາມາດຕົກລົງກັນໄດ້ພາຍໃນໄລຍະເວລາ.
ກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກໍາຂອງມາເລເຊຍ ລະບຸໃນຖະແຫລງການວ່າ: ມາເລເຊຍຈະເດີນໜ້າເຈລະຈາກັບອາເມລິກາຢ່າງຕໍ່ເນື່ອງ ເພື່ອຫາທາງອອກໃນບັນຫາທີ່ຍັງຄ້າງຄາ, ຊີ້ແຈງຂອບເຂດ ແລະ ຜົນກະທົບຂອງອັດຕາພາສີທີ່ປະກາດໄວ້ ແລະ ຊຸກຍູ້ໃຫ້ການເຈລະຈາໄດ້ຂໍ້ສະຫລຸບໂດຍໄວ. ພ້ອມເນັ້ນວ່າ: ທັງໝົດນີ້ສະທ້ອນເຖິງຄວາມຕັ້ງໃຈຂອງມາເລເຊຍທີ່ຈະບັນລຸຂໍ້ຕົກລົງທີ່ເປັນທໍາ ແລະ ຍືນຍົງສໍາລັບທັງສອງປະເທດ.
ລາຍງານລະບຸວ່າ: ທ່ານ ທຣໍາ ໄດ້ສົ່ງຈົດໝາຍເຕືອນຮອບທໍາອິດເຖິງປະເທດຄູ່ຄ້າສໍາຄັນ ເຊິ່ງລວມທັງມາເລເຊຍ ເພື່ອເກັບພາສີໃນອັດຕາໃໝ່ ພ້ອມກໍານົດເສັ້ນຕາຍໃໝ່ 1 ສິງຫາ, ແຕ່ເນັ້ນວ່າຍັງເປີດຊ່ອງທາງໃຫ້ມີການເຈລະຈາເພີ່ມຕື່ມໄດ້.
ຜົນກະທົບຈາກມາດຕະການພາສີຂອງອາເມລິກາອາດກົດດັນເສດຖະກິດມາເລເຊຍໃນໄລຍະຕໍ່ໜ້າ ໂດຍມາເລເຊຍອາດພິຈາລະນາຫລຸດຄາດຄະເນການເຕີບໃຫຍ່ທາງເສດຖະກິດທີ່ຢູ່ໃນຂອບເ 4.5%-5.5%.
ທັງນີ້, ອາເມລິກາຂາດດຸນການຄ້າສິນຄ້າກັບມາເລເຊຍມູນຄ່າ 2.48 ໝື່ນລ້ານໂດລາສະຫະລັດ ໃນປີ 2024. ຂະນະດຽວກັນ ອາເມລິກາກໍເປັນນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດໃນມາເລເຊຍໃນປີດຽວກັນ.

