ປີນກຳແພງເພື່ອລັກລອບເຂົ້າສວນສັດ ເກືອບເປັນເຫຍື່ອສິງໂຕ ປະເທດຈີນ

ຊາຍນັກທ່ອງທ່ຽວ 4 ຄົນ ໄດ້ເປີດເຜີຍກັບ China Business News ກ່ຽວກັບການເຂົ້າສວນສັດຢູ່ Qinlling ໃນຊ່ວງທ້າຍເດືອນ ມີນາວ່າ ໄດ້ມີຜູຍິງຄົນຫນຶ່ງ ຈະພາເຂົ້າສວນສັດດ້ວຍລາຄາທີ່ຖືກກວ່າລາຄາປີ້ ຈາກປະຈຸບັນທີ່ຕ້ອງຈ່າຍ 130ຢວນ ປະມານ 150,000 ກີບຕໍ່ຄົນ ມາເປັນ 60 ຢວນ ປະມານ 80,000 ກີບ

ຈາກນັ້ນຜູ້ຍິງຄົນນັ້ນພາ 4ຄົນດັ່ງກ່າວໄປຝາກລົດ ຊຶ່ງຕ້ອງເສຍຄ່າຝາກລົດປະມານ 20 ຢວນ ປະມານ 25,000 ກີບ ຫລັງຈາກນັ້ນມາຂຶ້ນລົດເພື່ອໄປສົ່ງອີກສະຖານທີ່ຫນຶ່ງ ທີ່ມີກຳແພງສູງ ແຕ່ສາມາດໃຊ້ຂັນໃດປີນຂ້າມໄດ້

 

ເມື່ອຂ້າມໄປແລ້ວ ຍັງບໍ່ທັນໄດ້ສຳພັດກັບ ພາບສັດຕ່າງຯ  ກຸ່ມນັກທ່ອງທ່ຽວນີ້ໄດ້ຍິນສຽງ ຄຳລາມຂອງສິງໂຕ ໃນບໍລິເວນນັ້ນ ເຮັດໃຫ້ພວກເຂົ້າຕ້ອງແລ່ນຫນີຕາຍ ເກືອບເອົາຊີວິດບໍ່ລອດ

ໃນຊ່ວງບໍ່ດົນນີ້ ກໍ່ມີກໍລະນີຄ້າຍຄືກັນ ໃນການລັກລອບເຂົ້າສວນສັດ ແຕ່ຜູ້ເຄາະຮ້າຍໂຊກບໍ່ດີ ( ຄິບວິດີໂອດ້ານລຸ່ມ )

https://www.youtube.com/watch?v=5g9q_mPAzhI