ລະວັງ ກິນຊີ້ນດາດ ອາດເປັນພະຍາດ ຫູດັບ ທີ່ເກີດຈາກເວລາກິນແລ້ວບໍ່ແຍກໄມ້ຖູ່ ລະຫວ່າງໝູດິບ ແລະ ໝູສຸກ
ປັດຈຸບັນອາກາດໜາວແລ້ວ ຊີ້ນດາດ ເປັນເມນູທີ່ຫຼາຍໆຄົນຄິດຢາກ ແລະ ຊວນກັນໄປກິນ ແຕ່ທຸກຄົນຮູ້ບໍ່ວ່າ ຖ້າບໍ່ລະມັດລະວັງໃນການກິນ ອາດສ່ຽງຕໍ່ການເກີດເປັນພະຍາດຕ່າງໆໄດ້ ເຊັ່ນ: ພະຍາດຫູດັບ ໂດຍສະເພາະ ຊີ້ນໝູ ທີ່ນອກຈາກຈະຕ້ອງກິນແບບປຸງສຸກແລ້ວ ໄມ້ຄິບຖູ່ທີ່ໃຊ້ຄີບຊີ້ນໝູສຸກ ແລະ ຊີ້ນໝູດິບກໍຕ້ອງໄດ້ມີການແຍກກັນຢ່າງຊັດເຈນ ແລະ ລະມັດລະວັງເຊັ່ນດຽວກັນ. ສາເຫດທີ່ຫຼາຍຄົນມັກເປັນພະຍາດນີ້…










