ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ
ຕະຫລອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດອອກຈາກແອກຄອບຄອງ ຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືເອົາວຽກງານ ໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ປຸກລະດົມ ນ້ຳໃຈຮັກຊາດຂອງປະຊາຊົນ ແລະ ເຂົ້າຮ່ວມຂະບວນການ ຕໍ່ສູ້ປົດປ່ອຍຊາດ ຢ່າງພິລະອາດຫານ, ໃນນັ້ນ ໜ່ວຍງານຂ່າວສານ ເປັນໜ່ວຍງານໜຶ່ງໄດ້ຕິດພັນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເຮັດໜ້າທີ່ດັ່ງກ່າວ ນັບທັງການບັນທຶກເຫດການສຳຄັນຕ່າງໆ…










