ບໍ່ເຈັບປ່ວຍງ່າຍ ຮ່າງກາຍແຂງແຮງ ພຽງແຕ່ຮູ້ຈັກເລືອກກິນໝາກໄມ້

ຫັນມາລ້າງສານພິດໃຫ້ຮ່າງກາຍໂດຍການກິນໝາກໄມ້ກັນດີກ່ວາ, ໝາກໄມ້ຫລາຍຊະນິດສາມາດໄລ່ສານພິດອອກຈາກຮ່າງ ກາຍໄດ້ ທັງຍັງຊ່ວຍບຳລຸງສຸຂະພາບຜິວ, ປິ່ນປົວໄດ້ຫລາຍພະຍາດ ລວມທັງຍັງຊ່ວຍຕ້ານພະຍາດມະເຮັງໄດ້ນຳ ໂດຍສະເພາະແມ່ນໝາກໄມ້ທັງ 5 ຊະນິດຕໍ່ໄປນີ້ :
– ໝາກແອັບເປິ້ນ : ມີວິຕາມິນເຊ ແລະ ເສັ້ນໄຍໄຟເບີຊະນິດລະລາຍນຳ້ ຈຶ່ງຊ່ວຍເພີ່ມປະສິດທິພາບໃນການຂັບຖ່າຍໄດ້ດີຫລາຍ ແລະ ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່ໄດ້ ເໝາະສົມເປັນໝາກໄມ້ສຳລັບຫລຸດນຳ້ໜັກນຳອີກ ເພາະຈະໄປຊ່ວຍດັກຈັບຄໍເລສເຕີໂຣນຊະນິດບໍ່ດີບໍ່ໃຫ້ຮ່າງກາຍດູດຊຶມເຂົ້າໃຊ້.
– ໝາກຫຸ່ງສຸກ : ໝາກຫຸ່ງສຸກສາມາດເປັນຢາລະບາຍອ່ອນໆ ຊ່ວຍແກ້ບັນຫາອາການຖ່າຍຍາກ, ລ້າງພິດໃນລຳໄສ້ໃຫຍ່ ຈຶ່ງເຮັດໃຫ້ລະບົບຂັບຖ່າຍເຮັດວຽກດີຂຶ້ນ ທັງຍັງຊ່ວຍເສີມສ້າງລະບົບພູມຕ້ານທານໃຫ້ແຂງແຮງຍິ່ງຂຶ້ນ. ໝາກຫຸ່ງຍັງມີສານຕໍ່ຕ້ານອະນຸມູນອິດສະລະຢູ່ຫລາຍຊະນິດ ເຊິ່ງຊ່ວຍໃຫ້ສຸຂະພາບແຂງແຮງ.
– ໝາກນັດ : ເປັນໝາກໄມ້ທີ່ມີວິຕາມິນເຊ ຈຶ່ງຊ່ວຍຕ້ານໄຂ້ຫວັດ ແລະ ມີສັບພະຄຸນຊ່ວຍປິ່ນປົວອາການທ້ອງບິດ, ໜິ້ວ, ໄລ່ນຳ້ຍ່ຽວ ແລະ ຊ່ວຍລ້າງສານພິດ ຊ່ວຍເຮັດຄວາມສະອາດລຳໄສ້. ໝາກນັດມີເອັນໄຊກະຕຸ້ນການເຮັດວຽກຂອງກົດໃນກະເພາະທີ່ຊື່ວ່າ ບຣໍມີເລນ ຊ່ວຍຍ່ອຍໂປຣຕິນໄດ້ ເຊິ່ງພົບໃນໝາກນັດເທົ່ານັ້ນ.
– ໝາກໂມ : ເປັນໝາກໄມ້ລ້າງສານພິດໃນຮ່າງກາຍໄດ້ດີ ເພາະເປັນໝາກໄມ້ທີ່ມີລິດເປັນຢາເຢັນ, ມີນຳ້ເປັນສ່ວນປະກອບເຖິງ 92% ຈຶ່ງຊ່ວຍດັບກະຫາຍຄາຍຮ້ອນໄດ້ເປັນຢ່າງດີ, ເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ, ຊ່ວຍໄລ່ນຳ້ຍ່ຽວ, ຫລຸດການສະສົມຂອງກົດຢູຣິກໃນໝາກໄຂ່ຫລັງ ແລະ ພົກຍ່ຽວ.
– ໝາກນຳ້ພ້າວ : ມີສັບພະຄຸນໃນການລ້າງສານພິດໃນຮ່າງກາຍ ໄລ່ສານພິດທີ່ຕົກຄ້າງໃຫ້ຖືກໄລ່ອອກມາ ແລະ ຍັງມີລິດໃນການໄລ່ນຳ້ຍ່ຽວ ກຳຈັດແບັກທີເຣຍທີ່ເຮັດໃຫ້ເກີດອາການພົກຍ່ຽວອັກເສບ ຈຶ່ງຊ່ວຍປ້ອງກັນການເກີດພະຍາດໃນລະບົບພົກຍ່ຽວໄດ້ດີ.

