ສິ່ງທີ່ຄວນດື່ມໃນຕອນເຊົ້າ ເພື່ອເພີ່ມພະລັງງານໃຫ້ຮ່າງກາຍສົດຊື່ນ

ຮູ້ ຫລື ບໍ່ ສິ່ງທໍາອິດທີ່ເຮົາຄວນດື່ມໃນຕອນເຊົ້າ ສາມາດເພີ່ມລະດັບພະລັງງານຂອງເຮົາໄດ້ໝົດມື້, ແຕ່ສິ່ງທີ່ທ່ານມອບໃຫ້ຮ່າງກາຍໃນຕອນເຊົ້ານັ້ນເປັນເຄື່ອງດື່ມ ຫລື ສານອາຫານທີ່ຈໍາເປັນຕໍ່ຮ່າງກາຍ ຫລື ບໍ່? ດັ່ງນັ້ນ ສິ່ງທີ່ຄວນໃສ່ໃຈເປັນພິເສດແມ່ນການເລືອກເຄື່ອງດື່ມໃນຕອນເຊົ້າເພື່ອຍົກລະດັບພະລັງງານໃຫ້ຮ່າງກາຍສົດຊື່ນໄດ້ໝົດມື້, ເວັບໄຊ learn.freshcap ໄດ້ແນະນໍາລາຍການເຄື່ອງດື່ມທີ່ໃຫ້ພະລັງງານໄດ້ດີຕໍ່ຮ່າງກາຍດັ່ງນີ້:
- ນໍ້າປະສົມໝາກນາວ
- ຊາຂຽວຮ້ອນ
- ນົມອາວມອນ
- ນໍ້າຜັກສີຂຽວ
- ອາເມຣິກາໂນບໍ່ໃສ່ນໍ້າຕານ

