ສ.ເກົາຫລີ ກຽມແກ້ໄຂກົດລະບຽບ ຫລັງຖືກອາເມລິກາເກັບພາສີສິນຄ້າ 25%

          ກະຊວງອຸດສາຫະກໍາ ສ.ເກົາຫລີ ໄດ້ສະແດງຄວາມຕັ້ງໃຈໃນການແກ້ໄຂກົດລະບຽບຕ່າງໆ ເພື່ອຕອບຮັບຂໍ້ຮຽກຮ້ອງຂອງອາເມລິກາທີ່ຕ້ອງການໃຫ້ຫລຸດອຸປະສັກທີ່ບໍ່ແມ່ນພາສີ ຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ສົ່ງຈົດໝາຍເຖິງ ສ.ເກົາຫລີ ພ້ອມກໍານົດເສັ້ນຕາຍໃໝ່ 1 ສິງຫາ ເພື່ອຮຽກເກັບພາສີນໍາເຂົ້າສິນຄ້າ ສ.ເກົາຫລີ ໃນອັດຕາ 25%.

            ການເຄື່ອນໄຫວດັ່ງກ່າວມີຂຶ້ນ ພາຍຫລັງທ່ານ ທຣໍາ ໄດ້ໂພສຈົດໝາຍລົງໃນທຣູໂຊຊຽວທີ່ລະບຸວ່າ: “ກະລຸນາເຂົ້າໃຈວ່າ ພາສີເຫລົ່ານີ້ຈໍາເປັນເພື່ອແກ້ໄຂນະໂຍບາຍພາສີ ແລະ ບໍ່ແມ່ນພາສີ ລວມທັງມາດຕະການກີດກັນທາງການຄ້າຂອງ ສ.ເກົາຫລີ ທີ່ດໍາເນີນມາຫລາຍປີ ເຊິ່ງເຮັດໃຫ້ເກີດການຂາດດຸນການຄ້າແບບບໍ່ຍືນຍົງກັບອາເມລິກາ”.

           ທາງການ ສ.ເກົາຫລີ ເປີດເຜີຍໃນວັນທີ 8 ກໍລະກົດວ່າ: “ເຮົາເບິ່ງວ່າຈົດໝາຍສະບັບນີ້ເປັນການຂະຫຍາຍໄລຍະເວລາຜ່ອນຜັນສໍາລັບການເກັບພາສີຕອບໂຕ້ໄປຈົນຮອດວັນທີ 1 ສິງຫາ” ພ້ອມປະກາດວ່າ: ຈະໃຊ້ໂອກາດນີ້ໃນການພັດທະນາອຸດສາຫະກໍາສໍາຄັນຜ່ານການຮ່ວມມືຟື້ນຟູການຜະລິດລະຫວ່າງສອງປະເທດ ແລະ ຈະເລັ່ງເຈລະຈາເພື່ອໃຫ້ທັງສອງຝ່າຍບັນລຸຂໍ້ຕົກທີ່ໄດ້ຜົນປະໂຫຍດຮ່ວມກັນ.

          ເຈົ້າໜ້າທີ່ດ້ານການຄ້າລະບຸວ່າ: ກົດລະບຽບໃນພາກສ່ວນດິຈີຕອນທີ່ກ່ຽວຂ້ອງກັບບໍລິສັດເຕັກໂນໂລຊີຂອງອາເມລິກາເປັນຫົວຂໍ້ສໍາຄັນໃນການເຈລະຈາ.

          ທັງນີ້, ການເຈລະຈາລະຫວ່າງ ສ.ເກົາຫລີ ກັບ ອາເມລິກາ ບໍ່ຄືບໜ້າເທົ່າທີ່ຄວນ ເປັນຜົນມາຈາກຄວາມວຸ້ນວາຍໃນປະເທດ ຫລັງອະດີດປະທານາທິບໍດີ ຢຸນ ຊອກຢໍ ພະຍາຍາມປະກາດໃຊ້ກົດໄອຍະການເສິກ. ປັດຈຸບັນລັດຖະບານຂອງປະທານາທິບໍດີ ອີ ແຈມຢອງ ທີ່ຫາກໍເຂົ້າຮັບຕໍາແໜ່ງ ກໍາລັງເລັ່ງເຮັດວຽກເພື່ອຕາມສະຖານະການໃຫ້ທັນ.