ຮັກຕັບ=ຮັກສຸຂະພາບ

ມື້ສຸດທ້າຍຂອງປີ 2022 ແລ້ວ ຫລາຍຄົນອາດຈະມີງານລ້ຽງສັງສັນ ແລະ ສິ່ງທີ່ມັກມາພ້ອມກັບງານລ້ຽງສັງສັນກໍຄົງຈະເປັນເຄື່ອງດື່ມແອວກໍຮໍ ທີ່ເປັນເລື່ອງໂຕ້ຖຽງກັນຕະຫລອດມາເຊັ່ນວ່າມັນດີຕໍ່ສຸຂະພາບແທ້ບໍ່ຖ້າດື່ມພຽງເລັກໜ້ອຍ? ເຊິ່ງອົງການອະນາໄມໂລກ (WHO)ໄດ້ໃຫ້ຂໍ້ມູນວ່າ ຄວາມຈິງແລ້ວບໍ່ມີລະດັບການດື່ມແອວກໍຮໍທີ່ປອດໄພຕໍ່ຮ່າງກາຍ ເພາະຍິ່ງດື່ມຫລາຍເທົ່າໃດຍິ່ງມີຄວາມສ່ຽງຕໍ່ການເກີດພະຍາດຫລາຍຂຶ້ນເທົ່ານັ້ນ, ແຕ່ຖ້າໃຜທີ່ຍັງຮັກສຸຂະພາບ ແລະ ຢາກຫລີກລ່ຽງ ຫລື ຫລຸດການດື່ມແອວກໍຮໍ ຄວນດື່ມຕາມປະລິມານຕໍ່ໄປນີ້:

ປະລິມານທີ່ເໝາະສົມໃນການດື່ມແອວກໍຮໍຕໍ່ມື້ທີ່ບໍ່ສົ່ງຜົນເສຍຕໍ່ສຸຂະພາບ

ເບຍກະປ໋ອງ ບໍ່ເກີນ 250 ml

ເຫລົ້າຂາວ ບໍ່ເກີນ 60 ml

ວິສກີ້ (whiskey) ບໍ່ເກີນ 30 ml

ວາຍ (wine) ດື່ມໄດ້ບໍ່ເກີນ 200 ml

ວາຍຄູເລີ (wine cooler) 1 ແກ້ວ 275 ml

 

ອ້າງອີງ

medlineplus.gov

megawecare.co.th