ອອກກໍາລັງກາຍແບບພໍດີ ຊີວິດຈະຍືນຍາວ

 

ມີການວິໄຈອອກມາວ່າຄົນທີ່ອອກກໍາລັງກາຍທຸກມື້ ມີໂອກາດຫົວໃຈວາຍ ຫລື ເປັນພະຍາດເສັ້ນເລືອດໃນສະໝອງ ຫລາຍກວ່າຄົນທີ່ອອກກໍາລັງກາຍອາທິດລະ 2-3 ເທື່ອ ເປັນສອງເທົ່າ

ຜົນສໍາຫລວດປະລິມານການອອກກໍາລັງກາຍ ແລະ ອັດຕາການເສຍຊີວິດພົບວ່າ ຄົນທີ່ອອກກໍາລັງກາຍພໍປະມານຈະມີອາຍຸຍືນຫລາຍທີ່ສຸດ ໃນຂະນະທີ່ຄົນອອກກໍາລັງກາຍຢ່າງໜັກຊໍ້າພັດມີອັດຕາການເສຍຊີວິດສູງກວ່າຄົນທີ່ອອກກໍາລັງກາຍພຽງເລັກໜ້ອຍ

ເຖິງແມ່ນວ່າການອອກກໍາລັງກາຍຈະເປັນເລື່ອງສໍາຄັນໃນຊີວິດ ເພາະມີປະໂຫຍດຕໍ່ຮ່າງກາຍ ແລະ ຈິດໃຈ ທີ່ສົ່ງຜົນຕໍ່ຮ່າງກາຍໃນໄລຍະຍາວ ແຕ່ກໍຕ້ອງອອກກໍາລັງກາຍຢ່າງເໝາະສົມ ເຊິ່ງຄວາມເຊື່ອທີ່ບອກວ່າ ຍິ່ງອອກກໍາລັງກາຍຍິ່ງສຸຂະພາບດີ ນັ້ນບໍ່ເປັຮຄວາມຈິງສະເໝີໄປ, ເພາະການອອກກໍາລັງກາຍທີ່ມີປະໂຫຍດຕໍ່ຮ່າງກາຍທີ່ແທ້ແມ່ນ ຕ້ອງອອກໃຫ້ພໍປະມານ ບໍ່ຫັກໂຫມຈົນເກີນໄປ ບໍ່ອອກກໍາລັງກາຍຈົນຝືນຕົວເອງເກີນໄປ ຈຶ່ງຈະດີຕໍ່ສຸຂະພາບທີ່ສຸດ.

ອ້າງອີງ Stress Free