ຄິດຫລາຍສົ່ງຜົນຕໍ່ສະໝອງ

ທຸກມື້ນີ້ ຄົນສ່ວນຫລາຍຈະມີຄວາມຄຽດສະສົມຫລາຍຂຶ້ນ ເພາະໃນຊີວິດປະຈໍາວັນຕ້ອງໄດ້ພົບບັນຫາຕ່າງໆເຮັດໃຫ້ວິຕົກກັງວົນ, ກົດດັນ, ບໍ່ສະບາຍໃຈ ແລະ ນໍາໄປສູ່ການສະແດງອອກມາຜ່ານພຶດຕິກໍາ ແລະ ຈິດໃຈ, ເຮັດໃຫ້ອາລົມປ່ຽນແປງ, ຫງຸດຫງິດງ່າຍ, ຂາດສະມາທິ ແລະ ບໍ່ມີຄວາມສຸກ, ການແກ້ໄຂ ແລະ ຫລຸດຄວາມຄຽດທີ່ແນະນໍາໂດຍໂຮງໝໍເປົາໂລ ຈຶ່ງໄດ້ແນະນໍາໃຫ້ອອກກໍາລັງກາຍຄາຍຄວາມຄຽດ, ນັ່ງສະມາທິ, ຈັດສັນເວລາໃນຊີວິດປະຈໍາວັນ ແລະ ຂໍ້ທີ່ສໍາຄັນທີ່ສຸດແມ່ນການປ່ຽນຄວາມຄິດ ເພາະການຈົມຢູ່ກັບຄວາມຄິດໃດຄວາມຄິດໜຶ່ງຫລາຍເກີນໄປ ອາດເຮັດໃຫ້ເກີດອາການເຄັ່ງຄຽດໂດຍບໍ່ຮູ້ໂຕໄດ້ ຫລື ຖ້າຫາກເຮົາຈົມຢູ່ກັບຄວາມວິຕົກກັງວົນຫລາຍເກີນໄປ ກໍອາດຈະກາຍເປັນຄວາມຄຽດສະສົມ, ດັ່ງນັ້ນ ຈຶ່ງຄວນປ່ຽນຄວາມຄິດ ເພື່ອປັບໃຫ້ຈິດໃຈຜ່ອນຄາຍຂຶ້ນດ້ວຍຫລັກຄວາມຄິດເຫລົ່ານີ້:

ວິທະຍາສາດພົບວ່າຄວາມຄິດສໍາພັນກັບສະໝອງ ເມື່ອຄິດສິ່ງໃດສິ່ງໜຶ່ງ ສະໝອງກໍຈະຕອບສະໜອງໄປແບບນັ້ນ ຖ້າເຮົາຕົກຢູ່ໃນພາວະຄຽດເລື່ອງວຽກ ສຸຂະພາບ ຫລື ຄົນໃນບ່ອນເຮັດວຽກ ວິທີການແມ່ນໃຫ້ເອົາຕົນເອງອອກມາຈາກຄວາມຄຽດນັ້ນ ໂດຍການປັບມຸມມອງມາຍືນເປັນຄົນນອກເບິ່ງ ອາດຈະເຮັດໃຫ້ເຮົາເຫັນສາເຫດຂອງບັນຫາ ແລະ ວິທີແກ້ໄຂງ່າຍກວ່າການເອົາຕົນເອງໄປຢູ່ບ່ອນນັ້ນ