ອຸບັດຕິເຫດບົນທ້ອງຖະໜົນຫລຸດລົງໄດ້ ຖ້າທຸກຄົນມີສະຕິເຄົາລົບລະບຽບຈະລາຈອນ
ຍັງຄົງມີໃຫ້ເຫັນອຸບັດເຫດຕາມທ້ອງຖະໜົນຊຶ່ງຫລາຍກໍລະນີສ່ວນໃຫຍ່ຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບ ຈະລາຈອນຢ່າງເຄັ່ງຄັດ, ເມົາແລ້ວຂັບລົດ, ອຸບັດເຫດບາງເທື່ອກໍສ້າງຄວາມສະເທືອນໃຈເປັນແປ້ວໃນໃຈ, ຄົນໃນຄອບຄົວຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດກໍເສົ້າໝອງທີ່ສຸດ. ຍິ່ງກໍລະນີຂີ່ລົດຕຳຄົນແລ້ວໜີ ນອກ ຈາກເກີດສຽງວິພາກວິຈານຕ່າງໆນາໆຈາກສັງຄົມວ່າ ຜູ້ຂັບຂີ່ບໍ່ມີສາມັນສຳນຶກ ຍັງສະທ້ອນໃຫ້ເຫັນອີກມຸມໜຶ່ງວ່າ ກົດໝາຍມີ ກົດໝາຍສັກສິດແທ້, ແຕ່ລະເຫລີງການປະຕິບັດຢ່າງເຄັ່ງຄັດ. ຍົກປະເດັນນີ້ຂຶ້ນມາເພື່ອສະທ້ອນໃຫ້ເຫັນວ່າ: ການຖືຄວາມຖືກຕ້ອງ, ຄວາມສັກສິດຂອງຕົວບົດກົດໝາຍ ຫລື ການຂາດນໍ້າໃຈ…









