ພູມໃຈ ທີ່ລາວເຮົາໄດ້ຮັບ ຄັດເລືອກເປັນ 1 ໃນ 25 ປະເທດ ທີ່ຄວນໄປທ່ອງທ່ຽວໃນປີ 2023

ເມື່ອໄດ້ຍິນຂ່າວນີ້ຄົນລາວເຮົາໃຜໆກໍຈະດີໃຈທີ່ປະເທດໄດ້ຮັບການຄັດເລືອກຈາກວາລະສານ national Geographic ຂອງປະເທດອັງກິດວ່າ: ເປັນ 1 ໃນ 25 ປະເທດທີ່ໜ້າໄປທ່ຽວທີ່ສຸດໃນປີ 2023 ເພາະເປັນປະເທດທີ່ມີຄວາມໂດດເດັ່ນຫລາຍຢ່າງຕໍ່ການຄຸ້ມຄອງປົກປັກຮັກສາວັດທະນາທຳອັນດີງາມຂອງຊາດ,ຮັກສາໄດ້ຄວາມໂດດເດັ່ນທາງສິ່ງແວດລ້ອມ, ມີແຫລ່ງທ່ອງທ່ຽວທີ່ໜ້າຈັບອົກຈັບໃຈ, ມີສະຖຽນລະພາບດ້ານເສດຖະກິດ-ການເມືອງ ແລະ ຄວາມສະງົບປອດໄພທາງສັງຄົມ ຊຶ່ງສິ່ງນີ້ນັບວ່າເປັນມູນມໍລະດົກອັນ ລໍ້າຄ່າຂອງຊາດລາວເຮົາ, ແຕ່ຄຽງຄູ່ກັນນັ້ນ ຖ້າພວກເຮົາບໍ່ຮູ້ຮັກສາໄວ້ ສິ່ງດີເລີດນີ້ພາຍລຸນມາກໍຈະຈາງຫາຍໄປໄດ້.
ຍົກປະເດັນນີ້ຂຶ້ນມາກໍເພື່ອຢາກເຕືອນໃຫ້ພວກເຮົາເຫັນໄດ້ຄວາມສຳຄັນຂອງການປົກປັກຮັກສາ-ນໍາໃຊ້ໃຫ້ມີປະສິດທິຜົນແລະ ສ້າງໃຫ້ເປັນມູນມັງຂອງຊາດໄວ້ໄດ້ຊົ່ວນິລັນດອນ ໂດຍປັດໄຈຕົ້ນຕໍທີ່ເຮັດໃຫ້ປະເທດເຮົາເປັນໜຶ່ງດຽວຂອງອາຊຽນທີ່ຕິດອັນດັບໃນບັນຊີລາຍຊື່ ”ຈຸດໜາຍປາຍທາງສຸດຍອດປະຈໍາປີ” ນັ້ນຍ້ອນມີການທ່ອງທ່ຽວແບບອະນຸລັກ, ເປັນປະເທດທີ່ເຂົ້າເຖິງໄດ້ງ່າຍ, ມີອາຫານຫລາຍເຍື່ອງສົດໃໝ່, ມີກິ່ນອາຍວັດທະນະທຳທີກົມກືນ ແລະ ການທ່ອງທ່ຽວແບບຊຸມຊົນທີ່ຍືນຍົງ ຊຶ່ງຄວາມຈິງກໍເປັນແນວນີ້ແທ້ເພາະຄົນລາວເຮົາໄດ້ຮ່ວມກັນອະນຸລັກຮັກສາມູນມັງບໍ່ວ່າຈະເປັນວັດທະນະທຳ, ທຳມະຊາດ, ປູສະນີຍະ ສະຖານທັງໄດ້ເສີມຂະຫຍາຍພັດທະນາເປັນແຫລ່ງທັດສະນະຈອນທີ່ສາມາດສ້າງລາຍຮັບໃນລະດັບໝັ້ນຄົງຍາວນານໄດ້.
ປະເທດເຮົາກໍຄືຫລາຍປະເທດລ້ວນແຕ່ສົ່ງເສີມການທ່ອງທ່ຽວຕາມທ່າແຮງ ສະແດງໃຫ້ເຫັນຄວາມຮຸ່ງເຮືອງທາງວັດຖຸ ແລະຈິດໃຈຂອງຄົນໃນຍຸກສະໄໝທີ່ສາມາດສ້າງສ້າງເປັນປະໂຫຍດຕໍ່ປະເທດຊາດບ້ານເມືອງໂດຍທາງກົງ ແລະ ທາງອ້ອມຢ່າງບໍ່ມີມື້ເບື່ອເປັນ.

