ອິດສະລາແອນເລີ່ມຕົ້ນປະຕິບັດການບຸກຢຶດກາຊາ ຊິຕີ້ ໄລຍະທໍາອິດ

ກອງທັບອິດສະລາແອນປະກາດເລີ່ມຕົ້ນປະຕິບັດໄລຍະທໍາອິດໃນການບຸກຢຶດເມືອງກາຊາ ຊິຕີ້ (Gaza City) ໃນວັນທີ 20 ສິງຫາ, ພ້ອມລະດົມກໍາລັງສໍາຮອງ 6 ໝື່ນກວ່າຄົນເຂົ້າປະຈໍາການ. ຂະນະທີ່ລັດຖະບານກໍາລັງພິຈາລະນາຂໍ້ສະເໜີຢຸດຍິງສະບັບໃໝ່ຈາກກຸ່ມຮາມັດ ເພື່ອຢຸດສົງຄາມທີ່ດໍາເນີນມາເກືອບ 2 ປີ.
ຖະແຫລງການດັ່ງກ່າວ ບົ່ງຊີ້ວ່າອິດສະລາແອນກໍາລັງເລັ່ງດໍາເນີນຕາມແຜນຢຸດຄອງເມືອງສູນກາງໃຫຍ່ທີ່ສຸດຂອງກາຊາ ໂດຍບໍ່ສົນໃຈສຽງວິພາກວິຈານຈາກນາໆຊາດກ່ຽວກັບປະຕິບັດການທີ່ອາດບັງຄັບໃຫ້ຊາວປາແລັສຕິນນັບລ້ານຕ້ອງອົບພະຍົບພັດຖິ່ນ.
ປະຕິບັດການບຸກຢຶດກາຊາ ຊິຕີ້ ດັ່ງກ່າວ ເກີດຂຶ້ນຫລັງຈາກຄະນະລັດຖະມົນຕີຄວາມໝັ້ນຄົງຂອງອິດສະລາແອນ ເຊິ່ງມີທ່ານ ເນທັນຢາຮູ ເປັນປະທານ ໄດ້ມີມະຕິຮັບຮອງແຜນຂະຫຍາຍການຮົບຢູ່ກາຊາ ໂດຍມີເປົ້າໝາຍເພື່ອຢຶດເມືອງກາຊາ ຊິຕີ້. ຂະນະທີ່ປັດຈຸບັນອິດສະລາແອນສາມາດຄອບຄອງພື້ນທີ່ທົ່ວເຂດກາຊາໄດ້ແລ້ວປະມານ 75%.
ທັງນີ້, Al Jazeera ລາຍງານວ່າມີຊາວປາແລັສຕິນອີກຢ່າງໜ້ອຍ 81 ຄົນເສຍຊີວິດຈາກການໂຈມຕີເຂດກາຊາຂອງອິດສະລາແອນໃນວັນທີ 20 ສິງຫາ ສົ່ງຜົນເຮັດໃຫ້ຈໍານວນທັງໝົດຊາວປາແລັສຕິນທີ່ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 62,122 ຄົນ.
ຂະນະທີ່ປະຕິບັດການບຸກຢຶດເມືອງກາຊາຂອງອິດສະລາແອນ ມີຂຶ້ນທ່າມກາງວິກິດມະນຸດສະທໍາ ໂດຍມີລາຍງານຜູ້ເສຍຊີວິດຈາກສະພາບອຶດຫິວແລ້ວ 269 ຄົນ ໃນຈໍານວນນີ້ເປັນເດັກ 112 ຄົນ. ຂະນະທີ່ການສົ່ງການຊ່ວຍເຫລືອເຂົ້າໄປໃນກາຊາບໍ່ສາມາດເຮັດໄດ້.
ອ້າງອີງ:

