ລະວັງ! ນ້ຳຖ້ວມກະທັນຫັນ ຕ້ອງມີສະຕິລະມັດລະວັງ ໄພພິບັດຈາກທຳມະຊາດ

ໄລຍະນີ້ ຢູ່ຕາມສື່ຕ່າງໆຕົ້ນຕໍແມ່ນທາງສື່ອອນລາຍ ຈະລົງຂ່າວກ່ຽວກັບໄພພິບັດທາງທຳມະຊາດ ໂດຍສະເພາະແມ່ນ ນ້ຳຖ້ວມຢູ່ຫຼາຍແຂວງຂອງປະເທດ ມີທັງນ້ຳປ່າໄຫລຊຸແຮງ, ນ້ຳລົ້ນຝັ່ງ, ນ້ຳຖວມຂັງ ອັນເນື່ອງມາຈາກສະພາບຝົນຕົກແຮງຫລາຍຊົ່ວໂມງ, ຫລາຍມື້ຕິດຕໍ່ກັນ ຢ່າງຕໍ່ເນື່ອງໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນຂອງປະຊາຊົນເປັນຈຳນວນຫຼາຍສົມຄວນ ລວມທັງເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ, ສ້າງຄວາມເດືອດຮ້ອນຕໍ່ການດຳລົງຊີວິດຂອງປະຊາຊົນຢ່າງຫລີກບໍ່ໄດ້,
ວັນທີ 29 ກໍລະກົດ ເກີດນ້ຳຖ້ວມກະທັນຫັນຢູ່ ບ້ານແທ່ນຄຳ ແລະ ບ້ານ ສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ, ຕໍ່ມາພໍເຂົ້າສູ່ມື້ທຳອິດຄື ວັນທີ 1 ຂອງເດືອນສິິງຫາປີ 2023 ກໍມີລາຍງານຂ່າວວ່າເກີດນ້ຳຖ້ວມ ບ້ານ ແຈລະມອງ, ບ້ານດົງເຫັນ, ບ້ານຫຼຽນໄຊ, ບ້ານກະຫຼອງເໜືອ ແລະ ອີກຫຼາຍບ້ານ ຂອງເມືອງ ອາດສະພັງທອງ, ເມືອງພະລານໄຊ ແລະ ເມືອງໄຊພູທອງ ແຂວງສະຫວັນນະເຂດ ແລະ ຫລ້າສຸດ ວັນທີ 2 ສິງຫາ 2023 ນ້ຳເຊຈຳພອນ ສືບຕໍ່ຖ້ວມບ້ານເຮືອນປະຊາຊົນລວມມີບ້ານ ນານ້ຳທ່ຽງ, ສີວິໄລ,ພັງໄຮ, ນາໄລໂຄກ, ດົງກຶມ, ດົງນາຂາມ, ນາຄຳໃຕ້ ແລະ ອີກຫຼາຍບ້ານຂອງເມືອງ ອາດສະພັງທອງ, ລວມທັງ 7 ບ້ານຂອງເມືອງໄຊພູທອງ, ຄຽງຄູ່ກັນນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ, ແຂວງສາລະວັນ ກໍໄດ້ອອກແຈ້ງເຕືອນ ໄພຝົນຕົກໜັກ, ນ້ຳຖ້ວມ ໃຫ້ປະຊາຊົນຢູ່ລຽບຕາມສາຍນ້ຳຫີນບູນ ແລະ ນ້ຳເຊໂດນ ຮັບຊາບ ມີສະຕິລະມັດລະວັງ ກຽມຮັບມືກັບໄພທຳມະຊາດເຊັ່ນ: ນ້ຳຖ້ວມຂັງ, ນ້ຳຖ້ວມຊຸແຮງ ແລະ ດິນເຈື່ອນ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ,
ເຖົ້າແກ່ອາວຸໂສ ເຄີຍເຕືອນວ່າ: ໃຫ້ລະວັງນ້ຳກາງເກົ້າ, ກາງສິບ (ໝາຍເຖິງເດືອນລາວ ຄືເດືອນ 9 ແລະ ເດືອນ10) ຫຼື ເດືອນກັນຍາ-ເດືອນຕຸລາ ຈາກຄຳບອກເລົ່າສະແດງວ່າໄລຍະນີ້ ຍັງຢູ່ໄລຍະລະດູຝົນ ຈະມີຝົນຕົກແຮງຕົກໜັກ ແລະ ຈະມີນ້ຳຖ້ວມໃນຫຼາຍພື້ນທີ່ ຈະສ້າງຄວມເດືອດຮ້ອນຕໍ່ການດຳລົງຊີວິດຂອງປະຊາຊົນ ຕາມການຕິດຕາມຜ່ານມາແຕ່ລະປີ ຢູ່ໃນໄລຍະ ເດືອນສິງຫາ – ເດືອນຕຸລາ ມັກຈະມີລົມພາຍຸພັດຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ເກີດນ້ຳຖ້ວມຢູ່ຫຼາຍພື້ນທີ່ທົ່ວປະເທດ ລວມທັງເຮືອນຊານ ບ້ານຊ່ອງ ເນື່ອທີ່ການຜະລິດ ຜົນຜະລິດ ພື້ນຖານໂຄງລ່າງຂອງການພັດທະນາຖືກເສຍຫາຍເປັນຈຳນວນຫຼາຍ ແຕ່ລະປີ ລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ສາກົນໄດ້ສຸມທຶນຮອນອັນມະຫາສານ ເຂົ້າຊ່ວຍເຫຼືອຟື້ນຟູປົວແປງ ສິ່ງທີ່ເສຍຫາຍໄປນັ້ນໃຫ້ດີຂຶ້ນມາຕະຫຼອດ,
ເຫດໄພພິບັດທາງທຳມະຊາດ ເຊັ່ນ ນ້ຳຖ້ວມ, ແຫ້ງແລ້ງ, ສັດຕູພືດທຳລາຍ ມັນເກີດຂື້ນໄດ້ທຸກເມື່ອ ໂດຍທີ່ພວກເຮົາບໍ່ສາມາດຫຼີກໄດ້ ເກີດຂຶ້ນມາແລ້ວຍ່ອມມີຜົນເສຍຫາຍທາງດ້ານ ຊີວິດ ວັດຖຸ ຊັບສິນເປັນຈຳນວນຫຼາຍ, ແຕ່ວ່າ ພວກເຮົາສາມາດຫຼຸດຜ່ອນຄວາມສູນເສຍລົງໄດ້ ດ້ວຍຄວາມມີສະຕິລະມັດ ລະວັງເປັນເຈົ້າການເຝົ້າຕິດຕາມ ພະຍາກອນອາກາດ ແລະ ຄຳແຈ້ງເຕືອນຈາກພາກສ່ວນກ່ຽວຂ້ອງເປັນປະຈຳ, ເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ຕ້ອງເພີ່ມຄວາມຮັບຜິດຊອບໃຫ້ສູງຂື້ນຕື່ມອີກ, ໝັ່ນຕິດຕາມ ແລະ ແຈ້ງເຕືອນສະພາບດິນຟ້າອາກາດໃຫ້ປະຊາຊົນຮັບຮູ້ເປັນປະຈຳ, ເຮັດຢ່າງຕໍ່ເນື່ອງ ຕ້ອງກຽມ ພ້ອມທຸກເງື່ອນໄຂ ແລະ ອຸປະກອນທີ່ຈຳເປັນທຸກຢ່າງ ເພື່ອຊ່ວຍເຫຼືອເຄື່ອນຍ້າຍ ວັດຖຸສິ່ງຂອງ ແລະ ປະຊາຊົນຜູ້ປະສົບໄພຢ່າງທັນການຫາກມີກໍລະນີເກີດຂຶ້ນ, ເຊື່ອໝັ້ນວ່າ ຈາກບົດຮຽນທີ່ຖອດຖອນໄດ້ໃນຜ່ານມານັ້ນ ເຮົາຈະສາມາດ ພ້ອມກັນຜ່ານຜ່າທຸກອຸປະສັກໄປໄດ້ຢ່າງປອດໄພ.

