ໂດຍ: ຜາຕຸງ ປັດຈຸບັນ ການເກັບລາຍຮັບເຂົ້າງົບປະມານຂອງລັດ ຈາກຂະແໜງການເງິນທົ່ວປະເທດເລີ່ມຄ່ອຍໆ ຫັນເຂົ້າສູ່ລະບົບທັນສະໄໝ ອັດການຮົ່ວໄຫຼຂອງລາຍຮັບເຂົ້າສູ່ບຸກຄົນ,ກຸ່ມກ້ອນ,ພັກພວກດຽວກັນເລີ່ມດີຂຶ້ນ ເຮັດໃຫ້ລາຍຮັບງົບປະມານໃນຂອບເຂດທົ່ວປະເທດຫຼາຍບ່ອນບັນລຸຕາມຄາດໝາຍ ແລະ ມີຫຼາຍແຂວງໄດ້ລື່ນແຜນການ, ມີບາງແຂວງສາມາດກຸ້ມຕົນເອງ ແລະ ດຸ່ນດ່ຽງໃຫ້ແຂວງອື່ນໄດ້ນີ້ກໍສະແດງໃຫ້ເຫັນວ່າພວກເຮົາເລີ່ມມີຄວາມສະດຸ້ງໄວແລ້ວຫັນມານຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຕິດຕາມກວດກາການເກັບລາຍຮັບຢູ່ແຕ່ລະທ້ອງຖິ່ນໃຫ້ມີຄວາມຮັດກຸມຖືກຕ້ອງໂປ່ງໃສ ສາມາດກວດສອບໄດ້ ສິ່ງສຳຄັນເມື່ອກວດເຫັນແລ້ວສາມາດນຳເອົາຜູ້ກະທຳຜິດມາປະຕິບັດຕາມລະບຽບກົດໝາຍໄດ້, ແຕ່ກໍຍັງບໍ່ທັນສາມາດຈຳກັດການຮົ່ວໄຫຼນັ້ນໄດ້ຢ່າງແທ້ຈິງມີບາງທ້ອງຖິ່ນ ຍັງບໍ່ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການ ມີຫຼາຍແຂວງຍັງອາໃສການດຸ່ນດ່ຽງຈາກສູນກາງຢູ່ ກາຍເປັນບັນຫາຫຍໍ້ທໍ້ທີ່ລັດຖະບານຈະໄດ້ເລັ່ງໃສ່ແກ້ໄຂໂດຍໄວ, ໃນກອງປະຊຸມສະຫລຸບວຽກງານການເງິນປະຈຳ…