ໜັກເອົາ ເບົາສູ້ ເພື່ອເອົາຊີວິດໃຫ້ຢູ່ລອດ ເໝາະສົມ, ຕອບໂຈດ ແລະ ເຂົ້າກັບຍຸກຫົວລ້ຽວຫົວຕໍ່

ໂດຍ: ທິດກໍ່າ

ຈາກສະຖິຕິຕົວເລກນັກຮຽນ-ນັກສຶກສາຈົບຊັ້ນ ມ.7 ທີ່ໄດ້ໄປສະໝັກສອບເສັງເຂົ້າຮຽນຕໍ່ຂັ້ນມະຫາວິທະຍາໄລ 4 ແຫ່ງໃນທົ່ວປະເທດສົກສຶກສາ 2023-2024 ມີໜ້ອຍກວ່າແຜນຄວາມຕ້ອງການ. ສິ່ງຢັ້ງຢືນຢ່າງຊັດເຈນກໍຄືລະຫວ່າງຕົວເລກຄວາມຕ້ອງການກັບຈຳນວນຜູ້ໄປສະໝັກສອບເສັງຫລຸດໂຕນກັນຫລາຍ. ຕົວຢ່າງມະຫາວິທະຍາໄລສຸພານຸວົງຕ້ອງການ 1.566 ຄົນ ແຕ່ມີຄົນໄປສະໝັກສອບເສັງເຂົ້າຮຽນພຽງ 484 ຄົນ, ມະຫາວິທະຍາໄລສະຫວັນນະເຂດຕ້ອງການ 1.516 ຄົນ ມີນັກຮຽນໄປສະໝັກເຂົ້າສອບເສັງພຽງ 271 ຄົນ, ມະຫາວິທະຍາໄລຈຳປາສັກຕ້ອງການ 1.405 ຄົນ ມີຄົນໄປສະໝັກສອບເສັງພຽງ 221 ຄົນ ແລະ ມະຫາວິທະຍາໄລແຫ່ງຊາດດົງໂດກຕ້ອງການ 6.688 ຄົນ ມີຜູ້ໄປສະໝັກເຂົ້າສອບເສັງຈຳນວນ 7.440 ຄົນ. ເມື່ອສັງລວມຕົວເລກຄວາມຕ້ອງການ ມີທັງໝົດ 11.175 ຄົນ ແຕ່ມີຜູ້ສະໝັກເຂົ້າສອບເສັງພຽງ 8.416 ຄົນ ຫລຸດຈາກຄວາມຕ້ອງການເຖິງ 2.759 ຄົນ. ຈາກຕົວເລກທີ່ກ່າວມານີ້ ຍັງບໍ່ທັນໄດ້ເວົ້າເຖິງຜູ້ເສັງໄດ້ເສັງຕົກ ຫລື ຕ້ອງເບິ່ງຕົວເລກຄົນຫັນໄປສະໝັກເສັງເຂົ້າຮຽນວິຊາຊີບແຕ່ລະແຫ່ງໃນທົ່ວປະເທດ ນັບທັງຜູ້ທີ່ຈະຫລັ່ງໄຫລໄປອອກແຮງງານຫາເງິນຢູ່ຕ່າງປະເທດນັ້ນມີຫລາຍມີໜ້ອຍເທົ່າໃດ.

ຫາກຕັ້ງໂຈດກັນວ່າ, ເປັນຫຍັງຈຶ່ງມີສະພາບແບບນີ້. ຄຳຕອບໂຈດມັນກໍຂຶ້ນກັບຫລາຍປັດໄຈຄື: ອັນທີໜຶ່ງ ສະພາບເສດຖະກິດ-ການເງິນຢູ່ປະເທດເຮົາພວມປະສົບບັນຫາວິກິດ, ເງິນກີບກໍອ່ອນຄ່າຢ່າງໜັກ, ລາຄາສິນຄ້ານັບມື້ຖີບຕົວສູງຂຶ້ນໃນແຕ່ລະໄລຍະ. ໃນເມື່ອຕົ້ນເຫດມາຈາກສະພາບລວມພາຍໃນປະເທດມັນກໍລາມໄປເຖິງບຸກຄົນ, ກຸ່ມຄົນ ແລະ ຄອບຄົວ ໂດຍສະເພາະການໃຊ້ຈ່າຍຕ້ອງໄດ້ບວກລົບຄູນຫານເພື່ອຈະເອົາຊີວິດຢູ່ລອດ. ປັດໄຈອັນທີສອງ ເມື່ອຮຽນຈົບມາແລ້ວພັດຊອກວຽກເຮັດຍາກ, ວິຊາສະເພາະທີ່ຮຽນມາຖືກປະຖິ້ມໂດຍປະລິຍາຍ ເມື່ອເປັນເຊັ່ນນີ້ກໍຈຳເປັນຕ້ອງຊອກດິ້ນຮົນໄປຫາວຽກອັນອື່ນເພື່ອຄວາມຢູ່ລອດ. ສ່ວນປັດໄຈອັນທີສາມແມ່ນບັນຫາຕົ້ນທຶນຕໍ່າ, ລາຍຮັບຄອບຄົວແຕ່ລະເດືອນຈັບໜ້າວິດຫລັງ ຈັບຫລັງວິດໜ້າ, ເວົ້າແຈ້ງກໍແມ່ນບໍ່ມີເງິນຈະໄປລົງທຶນຮຽນຕໍ່ໃນຂັ້ນມະຫາວິທະຍາໄລ ກໍຈຳເປັນຕ້ອງຫັນທິດໃໝ່ເພື່ອສູ້ກັບສະພາວະຄວາມເປັນຈິງ. ນີ້ຄື 3 ປັດໄຈໃຫຍ່ໆທີ່ໄດ້ຍົກມາໃຫ້ເຫັນ ທັງເປັນຂໍ້ຄິດທີ່ພວກເຮົາຈະຕ້ອງໄດ້ຫາວິທີແກ້ໃຫ້ສອດຄ່ອງ ແລະ ສັດຈະວິພາກໃນອະນາຄົດ.

ເຖິງຢ່າງໃດກໍດີ, ເວົ້າເລື່ອງການຊອກຫາວິຊາຊີບໃນຍຸກຫົວລ້ຽວຫົວຕໍ່ຄືສູ່ມື້ນີ້ ມັນກໍມີຫລາຍທາງອອກສຳລັບຜູ້ທີ່ມີຄວາມບຸກບືນຕັ້ງໜ້າສະແຫວງຫາວິຊາຄວາມຮູ້ຕິດຕົວເຊັ່ນ: ຫັນໄປຮຽນວິຊາຊີບຕ່າງໆທີ່ມີໃນທົ່ວປະເທດ ເປັນຕົ້ນຮຽນເລື່ອງການກະເສດ, ປູກຝັງລ້ຽງສັດ, ຮຽນວິຊາການໂຮງແຮມ, ຮ້ານອາຫານ, ຊ່າງສ້ອມແປງກົນຈັກ, ສ້ອມແປງເອເລັກໂຕຣນິກ ແລະ ຂະແໜງວິຊາຊີບອື່ນໆ ເມື່ອຮຽນຈົບມາແລ້ວກໍມີວິຊາສະເພາະຕິດຕົວ, ມີວຽກເຮັດງານທຳ ທັງຕົ້ນທຶນຕໍ່າ ຂໍພຽງແຕ່ເຮົາຂະຫຍັນ ແລະ ດຸໝັ່ນ ແລ້ວຜົນໄດ້ຮັບມັນກໍມາຫາເຮົາ. ໃນຫລາຍໆປີຜ່ານມາ ນັກຮຽນ-ນັກສຶກສາເຮົາໃຜກໍເຫີ່ຮຽນໄປຕາມກະແສ ໄຝ່ຝັນຫາຮຽນແຕ່ການເງິນ, ທະນາຄານ, ບໍລິຫານທຸລະກິດ ທັງມີຄວາມຫວັງຖ້າຮຽນຈົບມາໄດ້ເປັນເຈົ້າເປັນນາຍ, ຢາກສະໜຸກສະບາຍນັ່ງຢູ່ຫ້ອງແອເຫີນຫ່າງຈາກການຜະລິດມັກແຕ່ໄປຊື້ເຂົາ ບໍ່ມັກເຮັດການຜະລິດ ມີຊັບໃນດິນສິນໃນນ້ຳມະຫາສານ ແຕ່ພັດລ້ຽງກັນບໍ່ກຸ້ມ. ນີ້ຄືບົດຮຽນອັນມະຫາສານທີ່ພວກເຮົາຕ້ອງພ້ອມກັນຄິດ ແລະ ພ້ອມກັນແກ້ເພື່ອຄວາມຢູ່ດີກິນດີ ແລະ ຮັ່ງມີຂອງຊາດ.

ພາບ: ປະກອບ ສູນບໍລິການອາຊີວະສຶກສາແບບຄວບຄູ່