ພາຍຸໄຕ້ຝຸ່ນຄາຈິກິ ພັດຖະຫລົ່ມຫວຽດນາມ ມີຜູ້ເສຍຊີວິດແລ້ວ 3 ຄົນ ຫລ້າສຸດອ່ອນກໍາລັງເປັນພາຍຸດີເປສຊັນ

ທາງການຫວຽດນາມລາຍງານວ່າມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ ແລະ ບາດເຈັບ 10 ກວ່າຄົນ ຈາກອິດທິພົນຂອງພາຍຸໄຕ້ຝຸ່ນຄາຈິກິ ທີ່ພັດຂຶ້ນຝັ່ງບໍລິເວນພາກກາງຂອງຫວຽດນາມ ໃນຕອນບ່າຍວັນທີ 25 ສິງຫາ ເຊິ່ງສົ່ງຜົນເຮັດໃຫ້ເກີດຝົນຕົກ ແລະ ນໍ້າຖ້ວມໜັກໃນຫລາຍຈຸດ.
ຫລ້າສຸດ ມີລາຍງານເຮືອນໄດ້ຮັບຄວາມເສຍຫາຍຈາກພາຍຸເກືອບ 7,000 ຫລັງ, ຕົ້ນໄມ້ຫັກຢ່າງໜ້ອຍ 18,000 ຕົ້ນ ແລະ ເສົາໄຟຟ້າຫັກ 331 ຕົ້ນ ສົ່ງຜົນເຮັດໃຫ້ເກີດໄຟຟ້າດັບເປັນບໍລິເວນກວ້າງໃນຫລາຍພື້ນທີ່. ຂະນະທີ່ມີນໍ້າຖ້ວມເນື້ອທີ່ນາ 1.8 ແສນກວ່າໄລ່ ໂດຍຢູ່ນະຄອນຫລວງຮ່າໂນ້ຍ ພົບວ່າຝົນທີ່ຕົກໜັກເຮັດໃຫ້ຖະໜົນຫລາຍເສັ້ນຈົມຢູ່ໃຕ້ນໍ້າ.
ເຖິງຢ່າງໃດກໍຕາມ, ຫລ້າສຸດໃນວັນທີ 26 ສິງຫາ ພົບວ່າພາຍຸໄດ້ອ່ອນກໍາລັງລົງເປັນພາຍຸດີເປສຊັນເຂດຮ້ອນ ແລະ ກໍາລັງເຄື່ອນທີ່ຂ້າມປະເທດມາ ສປປ ລາວ.
ຂະນະທີ່ກົມອຸຕຸນິຍົມວິທະຍາເຕືອນວ່າ: ຝົນຈະຍັງຕົກຕໍ່ເນື່ອງໃນຫລາຍພື້ນທີ່ທາງພາກເໜືອຂອງຫວຽດນາມ ໂດຍບາງພື້ນທີ່ອາດມີຝົນຕົກໜັກເຖິງ 150 ມິນລີແມັດ ພາຍໃນ 6 ຊົ່ວໂມງ ເຊິ່ງອາດສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນ.
ອ້າງອີງ:

