ປະທານໄກສອນພົມວິຫານຖືສຳຄັນ ແລະ ຊີ້ນຳຢ່າງໃກ້ຊິດຕໍ່ວຽກງານໂຄສະນາຖະແຫລງຂ່າວ

ໂດຍ: ແດນຜາຕຸງ
(ໂອກາດວັນສື່ມວນຊົນ ແລະພິມຈຳໜ່າຍ ຄົບຮອບ73ປີ 13/8/1950–13/8/2023)
ປະທານໄກສອນ ພົມວິຫານ ຖືສຳຄັນວຽກງານຖະແຫລງ ຂ່າວໂຄສະນາ ແລະ ໄດ້ໃຫ້ ການຊີ້ນຳໃກ້ຊິດຕິດພັນໃນທຸກວຽກຂອງການປະຕິວັດ ເຊິ່ງເພິ່ນເຄີຍໃຫ້ທິດຊີ້ນຳວ່າ: ເພີ່ມທະວີການໂຄສະນາປຸກລະດົມຂົນຂວາຍຂະບວນການຕໍ່ສູ້ຢ່າງແຂງແຮງ ໂດຍການນຳໃຊ້ເຄື່ອງມືຖະແຫລງຂ່າວ ໂຄສະນາຂົນຂວາຍປຸກລະດົມປະຊາຊົນດ້ວຍຫລາຍຮູບແບບຢ່າງ ກວ້າງຂວາງ ແລະ ຄວັດເລິກເຂົ້າໃນໃຈກາງເຮືອນຮັງຂອງສັດຕູ, ໂຄສະນາປະກອບສ່ວນຢ່າງສຳຄັນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ໂດຍສະເພາະຕ້ອງສຸມໃສ່ເຜີຍແຜ່ແນວທາງຂອງພັກ ກົດໝາຍຂອງລັດໃຫ້ເຂົ້າເຖິງເປົ້າໝາຍຕ່າງໆເພື່ອສຶກສາອົບຮົມ, ປຸກລະດົມນ້ຳໃຈຮັກຊາດ. ຄຽດແຄ້ນສັດຕູ. ເຕົ້າໂຮມກຳລັງແຮງແຫ່ງຄວາມສາມັກຄີບັນດາເຜົ່າໃຫ້ເຂົ້າຮ່ວມຂະບວນການປົກປັກຮັກສາແລະສ້າງສາປະເທດຊາດ.
ນີ້ແມ່ນສ່ວນໜ້ອຍໜຶ່ງຂອງຄຳເຫັນທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການ ເມືອງສູນກາງພັກ ອາດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ຢູ່ໃນກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ແນວຄິດໄກສອນພົມວິຫານກັບວຽກງານຖະແຫລງຂ່າວ ທີ່ດຳເນີໄປໃນວັນທີ 13 ມິຖຸນາ 2023, ກອງປະຊຸມນີ້ມີຄວາມໝາຍສຳຄັນໃນດ້ານທິດສະດີ ແລະ ພຶດຕິກຳຈະເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄັງສາງທິດສະດີແລະພຶດຕິກຳຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ໃຫ້ແກ່ການປັບປຸງບູລະນະແນວທາງນະໂຍບາຍຂອງພັກແລະລັດກ່ຽວກັບວຽກງານໂຄສະນາຖະແຫລງຂ່າວໃຫ້ສົມບູນ ຍິ່ງໆຂຶ້ນ,
ປະທານໄກສອນ ພົມວິຫານແມ່ນຜູ້ນຳຂອງການປະຕິວັດທີມີຄວາມປີຊາສາມາດ ສະຫລາດສ່ອງໃສ ,ຕະຫລອດໄລຍະແຫ່ງການນຳພາການປະຕິວັດຊາດປະຊາທິປະໄຕ ທັງໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເພິ່ນໄດ້ອຸທິດໃຫ້ແກ່ການປະຕິວັດເພື່ອຄວາມເປັນເອກະລາດຂອງຊາດ ບົນເສັ້ນທາງດັ່ງກ່າວເພິ່ນໄດ້ເອົາໃຈໃສ່ຊຸກຍູ້ນຳພາຊີ້ນຳການກໍ່ຕັ້ງບັນດາອົງການໂຄສະນາຂໍ້ມູນຂ່າວສານການປະຕິວັດທີ່ເປັນປາກກະບອກສຽງຂອງພັກ ໃນການໂຄສະນາເຜີຍແຜ່ແນວທາງຕໍ່ສູ້ປົດປ່ອຍຊາດອັນຖືກຕ້ອງຂອງພັກປຸກລະດົມຂົນຂວາຍທົ່ວປວງຊົນເຂົ້າຮ່ວມການປະຕິວັດ, ຍາດແຍ່ງດຶງດູດເອົາການສະໜັບສະໜູນຈາກເພື່ອນມິດສາກົນທີ່ຮັກຫອມສັນຕິພາບ “ຕ້ອງນຳໃຊ້ທຸກວິທີເຮັດໃຫ້ມະຫາຊົນເຂົ້າໃຈແຈ້ງ ແລະ ຊາບຊຶມແນວທາງ ແຜນນະໂຍບາຍຂອງພັກແລະລັດ ເຮັດໃຫ້ມະຫາຊົນເຫັນພ້ອມແລະເປັນໃຈອີຫລີ ຕື່ນຕົວລຸກຂຶ້ນເຮັດການປະຕິວັດ”
ເປັນທີ່ຈະແຈ້ງວ່າ: ພາຍໃຕ້ການນຳພາຂອງພັກ ອັນມີປະທານ ໄກສອນພົມວິຫານເປັນຜູ້ນຳໜ້າ ວຽກງານຖະແຫລງຂ່າວຂ່າວແມ່ນປະຕິບັດພາລະບົດບາດຂອງຕົນເປັນພາຫະນະອັນແຫລມຄົມ ວ່ອງໄວທັນການ ເຜີຍແຜ່ແນວທາງນະໂຍບາຍຕ່າງໆຂອງພັກແລະລັດ ເຊີຊູຈິດໃຈຊາດ ເປັນເອກະພາບ ແລະ ຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ສ້າງສະຕິເຄົາລົບແລະປະຕິບັດ ລະບຽບກົດໝາຍຂອງບ້ານເມືອງຢ່າງເຂັ້ມງວດ ໃຫ້ສາລະຄວາມຮູ້ ແລະນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ.
