ຄົນລາວຈະບໍ່ຖິ້ມກັນໃນເວລາທີ່ຄັບຂັນ ແລະ ຈະພ້ອມກັນຜ່ານຜ່າວິກິດໄປໄດ້ຢ່າງແນ່ນອນ
ເລີ່ມແຕ່ວັນທີ 29 ກໍລະກົດ 2023 ເປັນຕົ້ນມາ ຮອດວັນທີ 6 ສິງຫານີ້ ມີສະພາບຝົນຕົກລິນ ແລະ ຕົກໜັກ ເຮັດໃຫ້ນ້ຳຕາມສາຍນ້ຳຕ່າງໆເພີ່ມຂຶ້ນຢ່າງໄວວາ ນອງລົ້ນຕາຝັ່ງໄຫລເຂົ້າຖ້ວມໄຮ່ນາ, ຮົ້ວສວນ, ເຮືອນຊານບ້ານຊ່ອງຂອງປະຊາຊົນຢູ່ຫລາຍແຂວງ, ຫລາຍເມືອງ ແລະ ຫລາຍບ້ານ ແຕ່ແຂວງພູດອຍລົງຮອດທົ່ງພຽງ, ແຕ່ທາງພາກເໜືອລົງຫາພາກກາງ ແລະ ອາດລາມລົງຮອດພາກໃຕ້ຂອງປະເທດກໍເປັນໄດ້ຖ້າຫາກຝົນຍັງບໍ່ຢຸດຕົກ.
ນອກຈາກໄຮ່ນາຮົ້ວສວນແລ້ວຖະໜົນຫົນທາງ ຫລາຍເສັ້ນຫລາຍຍ່ານມີດິນເຊາະເຈື່ອນທັບຖົມ ບາງບ່ອນເຖິງຂັ້ນຍຸບ ແລະ ຂາດກໍມີຫລາຍບ່ອນ ການໄປມາຫາສູ່ຖືກຕັດຂາດ ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ການພັດທະນາກໍຄືການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະແມ່ນທີ່ຢູ່ອາໄສ, ນ້ຳດື່ມ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍປະຈຳວັນ, ຢາປົວພະຍາດແລະ ອື່ນໆ ທີ່ຜູ້ປະສົບໄພມີຄວາມຕ້ອງການຢ່າງຮີບດ່ວນ.
ດ້ວຍນ້ຳໃຈອັນສູງສົ່ງ, ເອື້ອເຟື້ອເພື່ອແຜ່ທີ່ເປັນມູນເຊື້ອມາແຕ່ດົນນານທີ່ບໍ່ເຄີຍເຫືອດແຫ້ງຈັກເທື່ອ ເມື່ອໃນຍາມຄັບຂັນຫຍຸ້ງຍາກ ຄົນລາວຈະບໍ່ເຄີຍຖິ້ມກັນຈັກເທື່ອ ຈະອຸ້ມຊູຊ່ວຍເຫລືອກັນໄປຕາມຄວາມສາມາດທີ່ມີ ແລະ ມາຮອດເວລານີ້ໄດ້ມີຫລາຍໆພາກສ່ວນ ທັງພາກລັດ,ອົງການຈັດຕັ້ງທາງສັງຄົມ, ມູນນິທິ, ພາກເອະຊົນ, ບໍລິສັດຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ກໍໄດ້ຍື່ນມືເຂົ້າຊ່ວຍເຫລືອໃນຫລາຍດ້ານ ບໍ່ວ່າແຮງງານການເຄື່ອນຍ້າຍປະຊຊົນໄປຢູ່ເຂດປອດໄພ, ນ້ຳດື່ມ, ສະບຽງອາຫານ, ເຄື່ອງນຸ່ງຫົມ ແລະ ອື່ນທີ່ຈຳເປັນຕໍ່ການດຳລົງຊີວິດຂອງຜູ້ປະສົບໄພ ເຊິ່ງເຄື່ອງຊ່ວຍເຫລືອບາງສ່ວນກໍໄປຮອດໄປເຖິງມືຂອງຜູ້ປະສົບໄພແລ້ວ ແລະ ຍັງມີອີກຫລາຍໆພາກສ່ວນກຳລັງລະດົມການປະກອບສ່ວນຈາກສັງຄົມເພື່ອກຽມລົງມອບໃຫ້ປະຊາຊົນຜູ້ປະສົບໄພໃນໂອກາດມໍ່ໆນີ້.
ນອກຈາກນັ້ນແລ້ວອຳນາດການປົກຄອງແຕ່ລະຂັ້ນນັບທັງແຂວງແຕ່ລະແຂວງ, ເມືອງເເຕ່ລະເມືອງ ກໍໄດ້ລົງຕິດຕາມໃຫ້ກຳລັງໃຈແລະ ມອບເຂົ້າຂອງເຄື່ອງໃຊ້ທີ່ຈຳເປັນໃຫ້ປະຊາຊົນຜູ້ປະສົບໄພຢ່າງຕໍ່ເນື່ອງ ລຽນຕິດ ບາງອົງການຂອງພາກລັດໄດ້ປະກອບສ່ວນເປັນເງິນໃນການຊ່ວຍເຫລືອກໍມີເພື່ອນຳໄປຊ່ວຍປະຊາຊົນຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ຢູ່ແຂວງອື່ນໆກໍມີການປະກອບສ່ວນຈາກສັງຄົມຢ່າງຫລວງຫລາຍເຊັ່ນດຽວກັນ,
ແນວໃດກໍຕາມ ເວລານີ້ ຜູ້ປະສົບໄພນ້ຳຖ້ວມຈຳນວນຫລາຍສົມຄວນຢູ່ຫລາຍບ້ານຫລາຍເມືອງຫລາຍແຂວງທົ່ວປະເທດຍັງມີຄວາມຕ້ອງການການຊ່ວຍເຫລືອ ທາງດ້ານເຂົ້າສານ ອາຫານແຫ້ງ ເຄື່ອງນຸ່ງຫົ່ມ ແລະ ວັດຖຸປັດໄຈ ສິ່ງຂອງເຄື່ອງໃຊ້ທີ່ຈຳເປັນໃນການດຳລົງຊີວິດປະຈຳວັນຈາກທຸກພາກສ່ວນໃນສັງຄົມຢູ່ຢ່າງຈົດຈໍ່ ຍັງລໍຄອຍການຊ່ວຍເຫລືອຈາກນ້ຳໃຈຈາກພວກເຮົາທຸກຄົນ ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກຄົນຊ່ວຍແບ່ງປັນນ້ຳໃຈຜູ້ລະເລັກຜູ້ລະໜ້ອຍໃນການຊ່ວຍເຫລືອຜູ້ປະສົບໄພໃນຍາມຄັບຂັນຄືແນວນີ້ ຫວັງວ່ານ້ຳໃຈໄມຕີຈິດອັນດີງາມຂອງຄົນລາວທຸກຄົນຈະຫລັ່ງໄຫລໄປຊ່ວຍຜູ້ປະສົບໄພນ້ຳຖ້ວມໃນຂອບເຂດທົ່ວປະເທດໃຫ້ທົ່ວເຖິງໂດຍຜ່ານອົງການຈັດຕັ້ງ, ມູນນິທີຕ່າງ ເຊື່ອໝັ້ນວ່າຄົນລາວເຮົາຈະບໍ່ຖິ້ມກັນໃນຍາມຫຍຸ້ງຍາກ ແລະ ພວກເຮົາຈະພ້ອມກັນຜ່ານຜ່າວິກິດຄັ້ງໄປໄດ້ຢ່າງແນ່ນອນ.
ໂດຍ: ແດນຜາຕຸງ

