ອາເມລິກາເລີ່ມເກັບພາສີອິນເດຍໃນອັດຕາ 50% ຫລັງຈາກນໍ້າເຂົ້ານໍ້າມັນຈາກຣັສເຊຍ

ສໍານັກຂ່າວຕ່າງປະເທດລາຍງານວັນທີ 27 ສິງຫາ 2025 ວ່າ ມາດຕະການເກັບພາສີເພີ່ມເຕີມໄລຍະສອງຕໍ່ປະເທດອິນເດຍ ຂອງປະທານາທີບໍດີ ໂດນັລ ທຣໍາ ແຫ່ງສະຫະລັດອາເມລິກາ ເລີ່ມມີຜົນບັງ ຄັບໃຊ້ໃນມື້ນີ້ ເວລາ 00:01 ໂມງ ຕາມເວລາທ້ອງຖິ່ນ (27 ສິງຫາ) ເຮັດໃຫ້ອັດຕາພາສີນໍາເຂົ້າສິນຄ້າຈາກອິນເດຍເພີ່ມຂຶ້ນຈາກ 25% ເປັນ 50% ພາຍຫລັງທີ່ອິນເດຍ ນໍາເຂົ້ານໍ້າມັນຈາກຣັສເຊຍ.

ການເພີ່ມອັດຕາພາສີນໍາເຂົ້າສິນຄ້າຈາກປະເທດອິນເດຍ ມີຂຶ້ນພາຍຫລັງທີ່ ທ່ານ ທຣໍາ ກໍານົດອັດຕາພາສີນໍາເຂົ້າສິນຄ້າຈາກອິນເດຍໃໝ່ໃນອັດຕາ 25% ເມື່ອວັນທີ 1 ສິງຫາຜ່ານມານີ້ ຖືເປັນອັດຕາພາສີທີ່ສູງທີ່ສຸດທີ່ສະຫະລັດອາເມລິກາເກັບຈາກທຸກປະເທດ.

ທ່ານ ທຣໍາ ເຄີຍກ່າວໄວ້ວ່າ ການເພີ່ມຂຶ້ນອັດຕາພາສີຕໍ່ສິນຄ້າອິນເດຍຄັ້ງນີ້ ມີຈຸດປະສົງເພື່ອລົງໂທດປະເທດທີ່ນໍາເຂົ້ານໍ້າມັນຈາກຣັສເຊຍ ແລະ ຊ່ວຍເຫລືອຣັສເຊຍໃນການລະດົມທຶນໃນການເຮັດສົງຄາມກັບຢູເຄຣນ.

ລັດຖະບານອິນເດຍຕອບໂຕ້ວ່າ:  ບໍ່ຍຸຕິທໍາ ສຳລັບອິນເດຍທີ່ຖືກເລືອກປະຕິບັດຄືແນວນີ້ ໂດຍຍົກໃຫ້ເຫັນວ່າປະ ເທດອື່ນໆທີ່ນໍາເຂົ້ານໍ້າມັນຈາກຣັສເຊຍບໍ່ໄດ້ຖືກເກັບພາສີແບບນີ້ ຍົກຕົວຢ່າງປະເທດຈີນ ເຊິ່ງເປັນຜູ້ຊື້ນໍາມັນລາຍໃຫຍ່ຈາກຣັສເຊຍ ແຕ່ສິນຄ້າຂອງອິນເດຍຖືກເອີ້ນເກັບພາສີຂັ້ນຕໍ່າ 30%. ແນວໃດກໍຕາມ ທ່ານ ທຣໍາ ໄດ້ເຕືອນວ່າປະເທດອື່ນ ທີ່ນໍາເຂົ້ານໍ້າມັນຈາກຣັສເຊຍອາດພົບກັບອັດຕາພາສີທີ່ສູງຂຶ້ນເຊັ່ນດຽວກັນ.

ທາງດ້ານ ນາຍົກລັດຖະມົນຕີ ເຣນທາ ໂມດີ ຂອງອິນເດຍໄດ້ອອກມາປະກາດກຽມປັບຫລຸດພາສີຄັ້ງໃຫຍ່ ເພື່ອຊ່ວຍປະຊາຊົນ ແລະ ຜູ້ປະກອບການລາຍຍ່ອຍ ພ້ອມເນັ້ນຢໍ້າແນວຄິດ “ເຮັດໃນອິນເດຍ-ໃຊ້ຂອງອິນເດຍ” ເທົ່ານັ້ນ.

ຮຽບຮຽງຈາກ The Guardian, CNN