ສີມືຂອງນາຍຊ່າງຫັດຖະກຳລາວ ຄວນໄດ້ຮັບການສົ່ງເສີມສິນໃຫ້ເຂັ້ມແຂງ

ໂດຍ: ແດນຜາຕຸງ

ປັດຈຸບັນນີ້ເຮົາມັກຈະໄດ້ຍິນເລື້ອຍໆວ່າ ສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດພາຍ ທົດແທນການນຳເຂົ້າ ຮັກສາເງິນຕາບໍ່ໃຫ້ຮົ່ວໄຫຼອອກນອກປະເທດ ຊຶ່ງຈະເລັງໃສ່ ສິນຄ້າກະສິກຳ ແລະ ອຸດສາຫະກຳເປັນສ່ວນໃຫຍ່ ເລີຍລືມໄປວ່າຜະລິດຕະພັນສິນຄ້າຈາກຫັດຖະກຳ ປະເພດຫຍິບປັກຖັກແສ່ວ, ຄວັດແກະສະຫຼັກ, ຈັກສານ, ປັ້ນໝໍ້ຫຼໍ່ໄຫ, ຕຳ່ຫູກເຂັນຝ້າຍ ທີ່ເປັນສີໄມ້ລາຍມືອັນປານີດຂອງນາຍຊ່າງຫັດຖະກຳລາວ, ຈຳນວນບໍ່ໜ້ອຍນັ້ນຄ່ອຍຈືດຈາງໄປ ແລະ ເກືອບຈະສູນຫາຍໄປຕາມການເວລາ ແລະຄວາມສີວິໄລແຫ່ງຍຸກສະໄໝ, ແຕ່ຍັງດີ ທີ່ຍັງມີບາງໜ່ວຍງານ ບາງຫົວໜ່ວຍທຸລະກິດ,ບາງທ້ອງຖິ່ນຍັງສືບຕໍ່ຮັກສາໄວ້ແລະຄອຍເສີມຂະຫຍາຍໃຫ້ເຂັ້ມແຂງ ຕາມແນວທາງການຊີ້ນຳຂອງພັກ-ລັດຖະບານ.           

ມູນເຊື້ອຫັດຖະກຳ ດ້ວຍການນຳເອົາວັດຖຸດິບຈາກທຳມະຊາດມາປຸງແຕ່ງດ້ວຍຫົວຄິດປະດິດສ້າງໃນການຄວັດ, ແກະສະຫຼັກ,ຈັກສານ, ຫຍິບປັກຖັກແສ່ວ, ປັ້ນໝໍ້ຫຼໍ່ໄຫ, ຕ່ຳຫູກເຂັນຝ້າຍ ໄດ້ຕິດພັນກັບການລຳລົງຊີວິດຂອງຄົນລາວມາແຕ່ດົນນານແລ້ວ ຊຶ່ງຜ່ານມາປະຊາຊົນເຮົາມີຄວາມເອກະອ້າງທະນົງໃຈ ແລະ ມັກຊົມໃຊ້ຜະລິດຕະພັນທີ່ຜະລິດຈາກສີມື, ພູມປັນຍາ ແລະ ຫົວຄິດປະສ້າງຈາກຊາວຊ່າງຫັດຖະກຳລາວຢ່າງກວ້າງຂວາງ ເຮັດໃຫ້ບັນດາຊາວຊ່າງຫັດຖະກິດໄດ້ຄົ້ນຄວ້າປະດິດສ້າງສິ່ງໃໝ່ໆອອກຮັບໃຊ້ສັງຄົມຢ່າງບໍ່ຂາດສາຍ.

ຕ້ອງຍອມຮັບວ່າ ປັດຈຸບັນໃນຍຸກແຫ່ງໂລກາພິວັດ ຍຸກແຫ່ງຄວາມກ້າວໜ້າທາງດ້ານເທັກໂນໂລຊີ່ມັນໄດ້ເຂົ້າມາມີບົດບາດສຳຄັນຕໍ່ການດຳລົງຊີວິດຂອງຄົນເຮົາ ມີເຄື່ອງຫັດຖະກຳຫຼາຍຢ່າງເກີດມາຈາກເຄື່ອງຈັກທີ່ທັນສະໄໝ ຈາກນັ້ນມັນໄດ້ຄ່ອຍໆກືນກິນຫຼາຍສິ່ງຫຼາຍຢ່າງທີ່ມາຈາກສີໄມ້ລາຍມືຂອງຄົນເຮົາ ຊຶ່ງໜຶ່ງໃນນັ້ນລວມມີມູນເຊື້ອຫັດຖະກຳລວມຢູ່ນຳ, ໃນເມື່ອເຕັກໂນໂລຊີ່ທີ່ທັນສະໄໝໄດ້ເຂົ້າມາຄວບຄຸມ ມັນເລີຍເຮັດໃຫ້ສັງຄົມຫັນມານິຍົມຊົມໃຊ້ສິນຄ້າຈາກການຜະລິດດ້ວຍເຄື່ອງຈັກທັນສະໄໝຫຼາຍຂຶ້ນ ຈົນລືມຄຳນຶງເຖິງຄຸນຄ່າ ແລະ ຄວາມເປັນເອກະລັກຂອງຄົນລາວຈາກເຄື່ອງຫັດຖະກຳໄປໃນຕົວ, ແລ້ວເຮັດໃຫ້ສິ່ງທີ່ມີຄຸນຄ່າເຫຼົ່ານັ້ນຄ່ອຍໆຈືດຈາງໄປ.

ຢາກຊຸກຍູ້ ແລະ ສົ່ງເສີມວຽກງານຫັດຖະກຳທີ່ມີລັກສະນະເອກະລັກຂອງຄົນລາວ ຫັດຖະກຳຜະລິດເຄື່ອງປະດັບ, ເຄື່ອງທີ່ລະນຶກໄວ້ໃຫ້ຄົງຕົວແລະຂະຫຍາຍຕົວນັ້ນ ສຳຄັນຕ້ອງເລີ່ມຈາກຄົນໃນສັງຄົມ ຄວນຫັນມາສົ່ງເສີມການຜະລິດໃຫ້ຂະຫຍາຍຕົວ ດ້ວຍການຜະລິດເອງ, ຈຳໜ່າຍ,ຊື້-ຂາຍ ແລະ ຊົມໃຊ້ເອງໃຫ້ຫຼາຍຂຶ້ນ ໂດຍບໍ່ຫວັງເພິ່ງພາການນຳເຂົ້າຈາກພາຍນອກ.

ສ່ວນທາງພາກລັດຄວນຮີບຮ້ອນເອົາໃຈໃສ່ເຕົ້າໂຮມເອົາມັນສະໝອງພູມປັນຍາຂອງເຫຼົ່າຊາວຊ່າງຫັດຖະກຳ ມາຢູ່ຈຸດດຽວກັນໃຫ້ກາຍເປັນສູນເຕົ້າໂຮມບັນດາຊາວຊ່າງຫັດຖະກຳທີ່ມີສີໄມ້ລາຍມື, ຫົວຄິດປະດິດສ້າງທີ່ເປັນພູມປັນຍາຂອງຊາວບ້ານ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບການພັດທະ ນາສີມືໃຫ້ສູງຂຶ້ນ, ບວກກັບການຈຳກັດການນຳເຂົ້າສິນຄ້າຫັດຖະກຳທີ່ສາມາດຜະລິດໃນປະເທດ ດ້ວຍການນຳໃຊ້ມາດຕະການຕາມກົດໝາຍຢ່າງເຂັ້ມງວດແລະເດັດຂາດ ຈະດ້ວຍການຫ້າມ ຫຼື ເພີ່ມຄ່າພາສີອາກອນນຳເຂົ້າເຮັດໃຫ້ລາຄາສິນຄ້ານຳເຂົ້າມີລາຄາສູງກວ່າສິນຄ້າທີ່ຜະລິດຢູ່ພາຍໃນປະເທດກໍອາດຈະເປັນວິທີການໜຶ່ງທີ່ຊ່ວຍກະຕຸ້ນສົ່ງເສີມສິນຄ້າພາຍໃນ.

ແຕ່ສິ່ງສຳຄັນທີ່ສຸດນັ້ນແມ່ນການຍົກລະດັບການຜະລິດຕະພັນຫັດຖະກຳທີ່ີມີຄຸນນະພາບມີຄວາມປານີດເປັນທີ່ຕ້ອງຕາດຶງດູດໃຈໃນເວລາພົບເຫັນ ອອກມາຮັບໃຊ້ສັງຄົມທັງພາຍໃນແລະຕ່າງປະເທດ ແລະ ສັງຄົມຄວນຫັນມານຳໃຊ້ຜະລິດຕະພັນຫັດຖະກຳທີ່ເປັນສີໄມ້ລາຍມືມາຈາກພູມປັນຍາຂອງຊາວຊ່າງຫັດຖະກຳລາວໃຫ້ຫຼາຍຂຶ້ນຈຶ່ງຈະຊ່ວຍປົກປັກຮັກສາ, ຊຸກຍູ້ສົ່ງເສີມໃຫ້ວຽກງານຫັດຖະກຳລາວຄວາມຄົງຕົວຕະຫລອດໄປ.